• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ສະ​ເໜີ​ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ປະ​ຈຳ ຫວຽດ​ນາມ ດຳ​ລົງ​ຕຳ​ແໜ່ງ​ເປັນ​ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຮັບ​ຜິດ​ຊອບ​ອາ​ຊີ​ຕາ​ເວັນ​ອອກ

ທ່ານ Daniel Kritenbrink ແມ່ນເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ແຕ່ປີ 2017. ທ່ານເຄີຍເຮັດວຽກຢູ່ ປະເທດ ຍີ່ປຸ່ນ ແລະ ຈີນ. ນັກການທູດນີ້ ກໍ່ສາມາດໃຊ້ພາສາ ຈີນ ແລະ ຍີ່ປຸ່ນ ຢ່າງຄ່ອງແຄ້ວ.
ທ່ານ Daniel Kritenbrink ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ (ພາບ: TTXVN)

ທ່ານປະທານາທິບໍດີ ອາເມລິກາ Joe Biden ຫາກໍ່ສະເໜີ ທ່ານ Daniel Kritenbrink ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ດຳລົງຕຳແໜ່ງເປັນຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຮັບຜິດຊອບບັນດາບັນຫາຢູ່ອາຊີຕາເວັນອອກ ແລະ ປາຊີຟິກ.

        ທ່ານ Daniel Kritenbrink ແມ່ນເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ແຕ່ປີ 2017. ທ່ານເຄີຍເຮັດວຽກຢູ່ ປະເທດ ຍີ່ປຸ່ນ ແລະ ຈີນ. ນັກການທູດນີ້ ກໍ່ສາມາດໃຊ້ພາສາ ຈີນ ແລະ ຍີ່ປຸ່ນ ຢ່າງຄ່ອງແຄ້ວ. ຖ້າຫາກຂໍ້ສະເໜີຂອງ ທ່ານປະທານາທິບໍດີ Joe Biden ໄດ້ຮັບຮອງເອົາຈາກ ສະພາສູງ ອາເມລິກາ, ທ່ານ Kritenbrink ຈະປ່ຽນແທນທ່ານ David Stilwell, ຜູ້ທີ່ໄດ້ລາອອກຈາກຕຳແໜ່ງ ພາຍຫຼັງທ່ານ Joe Biden ດຳລົງຕຳແໜ່ງປະທານາທິບໍດີ ອາເມລິກາ ໃນວັນທີ  20 ມັງກອນ ແລະ ຮັບວຽກງານຕໍ່ຈາກສະຖານທູດ ອາເມລິກາ ປະຈຳ ອິນໂດເນເຊຍ, ເຊິ່ງປັດຈຸບັນ, ທ່ານ Sung Kim ພວມດຳລົງ ຕຳແໜ່ງນີ້ຊົ່ວຄາວ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top