• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ນະ​ໂຍ​ບາຍ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ຕ້ອງ​ມີ​ຄວາມ​ເປັນ​ເອ​ກະ​ພາບໃນ​ທົ່ວ​ປະ​ເທດ

ມາຮອດປັດຈຸບັນ, ທົ່ວປະເທດ ສາມາດຄວບຄຸມໂລກລະບາດໄດ້ໂດຍພື້ນຖານ. ເຖິງຢ່າງໃດກໍຕາມ, ຈຳນວນຜູ້ຕິດເຊື້ອໃນຊຸມຊົນກໍ່ມີທ່າເພີ່ມຂຶ້ນຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ, ຜູ້ຕິດເຊື້ອຫຼາຍຄົນບໍ່ສະແດງອາການ, ບໍ່ຮູ້ວ່າແຫຼ່ງແຜ່ເຊື້ອມາແຕ່ໃສ ແລະ ກ່ຽວຂ້ອງກັບຜູ້ທີ່ມາຈາກບ່ອນແຜ່ລະບາດຫຼືບໍ່.
ກອງປະຊຸມອອນລາຍທົ່ວປະເທດ ລະຫວ່າງຄະນະຊີ້ນຳແຫ່ງຊາດ ກັບຄະນະຊີ້ນຳ 63 ແຂວງນະຄອນ (ພາບ: VOV)

ຕອນເຊົ້າວັນທີ 20 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳ ແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 (ຄະນະຊີ້ນຳ) ເປັນປະທານກອງປະຊຸມອອນລາຍທົ່ວປະເທດ ລະຫວ່າງຄະນະຊີ້ນຳແຫ່ງຊາດ ກັບຄະນະຊີ້ນຳ 63 ແຂວງນະຄອນ ເພື່ອຕີລາຄາຜົນການປ້ອງກັນ, ຕ້ານໂລກລະບາດໃນໄລຍະຜ່ານມາ ແລະ ປຶກສາຫາລືໜ້າທີ່, ມາດຕະການປ້ອງກັນຕ້ານໂລກລະບາດ, ຟື້ນຟູເສດຖະກິດ -ສັງຄົມ ໃນໄລຍະຈະມາເຖິງ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ:

ພາຍຫຼັງທີ່ປະກາດໃຊ້ມະຕິເລກທີ 128 ຂອງລັດຖະບານ ແລະ ຂໍ້ກຳນົດຊົ່ວຄາວ ກ່ຽວກັບການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນຂອງມະຕິ ແລະ ຄຳແນະນຳເລກທີ 4800 ຂອງ ກະຊວງສາທາລະນະສຸກ. ຂ້າພະເຈົ້າສະເໜີໃຫ້ບັນດາຜູ້ແທນປະກອບຄຳເຫັນນັບແຕ່ການນຳພາຕົວຈິງ ຈາກທ້ອງຖິ່ນຕ່າງໆ ກວດເບິ່ງວ່າ ພວກເຮົາເຮັດໄດ້ຫຍັງແດ່, ມີສິ່ງໃດຍັງບໍ່ທັນເຮັດໄດ້. ຕໍ່ຈາກນັ້ນ, ໃຫ້ໄຈ້ແຍກສາຍເຫດອັດຕະວິໄສ ວາງອອກມາດຕະການເພີ່ມເຕີມ, ດັດປັບມະຕິເລກທີ 128 ແລະ ຄຳແນະນຳ 4800 ບົນພື້ນຖານນັ້ນ ແມ່ນປະຕິບັດໃຫ້ເປັນຢ່າງດີໃນໄລຍະຈະມາເຖິງ, ທັງປະຕິບັດການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ທັງຟື້ນຟູພັດທະນາເສດຖະກິດສັງຄົມ ໃຫ້ມີຄວາມປອດໄພ, ຍືນຍົງໃນໄລຍະຈະມາເຖິງ.

ມາຮອດປັດຈຸບັນ, ທົ່ວປະເທດ ສາມາດຄວບຄຸມໂລກລະບາດໄດ້ໂດຍພື້ນຖານ. ເຖິງຢ່າງໃດກໍຕາມ, ຈຳນວນຜູ້ຕິດເຊື້ອໃນຊຸມຊົນກໍ່ມີທ່າເພີ່ມຂຶ້ນຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ, ຜູ້ຕິດເຊື້ອຫຼາຍຄົນບໍ່ສະແດງອາການ, ບໍ່ຮູ້ວ່າແຫຼ່ງແຜ່ເຊື້ອມາແຕ່ໃສ ແລະ ກ່ຽວຂ້ອງກັບຜູ້ທີ່ມາຈາກບ່ອນແຜ່ລະບາດຫຼືບໍ່.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top