• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວ​ັນ​ຟຸກ ເຮັດ​ວຽກ​ກັບ​ບັນ​ດາ​ແຂວງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ກ່ຽວ​ກັບ​ໄພ​ແຫ້ງ​ແລ້ງ ແລະ ນ້ຳ​ທະ​ເລ​ຊືມ

 ຕອນບ່າຍວັນທີ 8 ມີນາ, ຢູ່ແຂວງເບັ໊ນແຈ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບການນຳບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ກ່ຽວກັບໄພແຫ້ງແລ້ງ ແລະ ນ້ຳທະເລຊືມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານການເຮັດວຽກ (ພາບ:VGP)

 ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ເດືອນກັນຍາ ປີ 2019, ລັດຖະບານໄດ້ມີກອງປະຊຸມທີ່ສຳຄັນຢູ່ແຂວງຕ່ຽນຢາງ ເພື່ອເຜີຍແຜ່ເນື້ອໃນຈິດໃຈຊີ້ນຳຂອງລັດຖະບານກ່ຽວກັບການຮັບມືກັບສະພາບໄພແຫ້ງແລ້ງ, ນ້ຳທະເລຊືມຢ່າງໜັກໜ່ວງທີ່ສຸດ ຢູ່ເຂດທົ່ງພຽງແມ່ນ້ຳຂອງ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ປີນີ້ ໄພແຫ້ງແລ້ງ ແມ່ນຮ້າຍແຮງກວ່າປີ 2016 ດັ່ງນັ້ນ ຄວາມເສຍຫາຍຂອງປະຊາຊົນແມ່ນໃຫຍ່ຫຼວງຢູ່. ສະພາບຂາດແຄນນ້ຳຈືດໃນຊີວິດປະຈຳວັນ ແລະ ນ້ຳຮັບໃຊ້ການຜະລິດໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ແລະ ການຜະລິດຂອງປະຊາຊົນ. ທ່ານນາຍົກລັດຖະມົນຕີໄດ້ຊີ້ນຳບັນດາຜູ້ແທນຈົ່ງປຶກສາຫາລືບັນດາມາດຕະການໂດຍພື້ນຖານ, ຍາວນານ ເພື່ອວາງອອກແຜນການໃຫ້ແກ່ 5 ປີ ຈະມາເຖິງ, ກ່ອນອື່ນໝົດ ແມ່ນຕ້ອງແກ້ໄຂການຂາດແຄນນ້ຳດື່ມ, ຮັບປະກັນມາດຕະຖານໃຫ້ແກ່ປະຊາຊົນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top