• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວັນ​ຟຸກ: ບໍ່​ປະ​ໃຫ້​ໂລ​ກລະບາ​ດລະ​ເບີດ, ​ແຜ່​ລະບາດ​ອອກ​ສູ່​ວົງ​ກວ້າງ​ຢູ່​ດ່າໜັງ ​ແລະ ທ​້ອງຖິ່ນ​ຕ່າງໆ

ຕອນເຊົ້າວັນທີ 27 ກໍລະກົດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈໍາລັດຖະບານກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນສະພາບການຫາກໍກວດພົບກໍລະນີຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກຢູ່ນະຄອນດ່າໜັງ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ກ່າວຄໍາເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ເມື່ອກວດພົບກໍລະນີຕິດເຊື້ອຄົນທໍາອິດ ໝາຍເລກ 416 ພາຍຫຼັງ 99 ວັນບໍ່ພົບກໍລະນີຕິດເຊື້ອໃໝ່ໃນຊຸມຊົນ, ນະຄອນດ່າໜັງ ແລະ ກະຊວງສາທາລະນະສຸກຫວຽດນາມ ໄດ້ຜັນຂະຫຍາຍມາດຕະການຫຼາຍຢ່າງເພື່ອສະກັດກັ້ນການແຜ່ລະບາດ. ດ່າໜັງ ໄດ້ເປັນເຈົ້າການຈໍາກັດ, ກໍານົດບໍລິເວນ. ຂະແໜງສາທາລະນະສຸກ ເພີີ່ມທະວີພະນັກງານເຂົ້າປະຈໍາຢູ່ດ່າໜັງ. ທະຫານເຂດ 5 ໄດ້ຂົນຂວາຍທະຫານປະຕິບັດການອະນາໄມຂ້າເຊື້ອຢູ່ເຂດມີຜູ້ຕິດເຊື້ອ ແລະ ປະຕິບັດການແຍກຫ່າງໃນສັງຄົມ ຄືບໍ່ເຕົ້າໂຮມກັນຫຼາຍກວ່າ 30 ຄົນ, ບອກເຕືອນເຮັດລະບຽບການເພື່ອໃຫ້ແຂກທ່ອງທ່ຽວອອກຈາກດ່າໜັງ.

ຕໍ່ໜ້າສະພາບການອັນສັບສົນດັ່ງກ່າວ, ທ່ານນາຍົກລັດຖະມົນຕີເນັ້ນໜັກບໍ່ປະໃຫ້ໂລກລະບາດລະເບີດ ແລະ ແຜ່ລະບາດໃນວົງກວ້າງຢູ່ດ່າໜັງ ແລະ ທ້ອງຖິ່ນຕ່າງໆ.

ກໍໃນຕອນເຊົ້າວັນທີ 27 ກໍລະກົດ, ຢູ່ສໍານັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກ້ັນໂລກລະລາດໂຄວິດ - 19, ກໍໄດ້ເປັນປະທານກອງປະຊຸມຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໃນໄລຍະປັດຈຸບັນ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຊີ້ແຈ້ງວ່າ ຕ້ອງປະຕິບັດ 2 ເປົ້າໝາຍ: ດັບມອບໂລກລະບາດ ແລະ ຮັກສາສະຖຽນລະພາບໃນສັງຄົມ.

 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top