• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ງອັກ​ທິ້ງ ອວຍ​ພອນ​ວັນ ຄຼິດ​ສະ​ມາດ ຢູ່​ສະ​ມາ​ຄົມ​ສາ​ສະ​ໜາໂປຣແຕສຕັງ ຫ​ວຽດ​ນາມ (ພາກ​ໃຕ້)

ທ່ານນາງດັ້ງທິງອັກທິ້ງ ໄດ້ອວຍພອນຜູ້ມີ ຍົດສັກຕຳແໜ່ງແລະ ສາສະນີກະຊົນຂອງ ສະມາຄົມສາສະໜາໂປຣແຕສຕັງ ວັນຄຼິດສະມາດ ແລະ ປີໃໝ່ຈົ່ງມີຄວາມຢູ່ເຢັນເປັນສຸກ ແລະ ເບີກບານມ່ວນຊື່ນ.

ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ມອບຊໍ່ດອກໄມ້ໃຫ້ຜູ້ຕາງໜ້າ

ສະມາຄົມສາສະໜາໂປຣແຕສຕັງ ຫວຽດນາມ ເນື່ອງໃນໂອກາດວັນຄຼິດສະມາດ (ພາບ: nhandan.com.vn)


ວັນທີ 19 ທັນວາ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງໄດ້ໄປຢ້ຽມຢາມ ແລະ ອວຍພອນວັນ ຄຼິດສະມາດ ຢູ່ສະມາຄົມສາສະໜາໂປຣແຕສຕັງ ຫວຽດນາມ (ພາກໃຕ້) ແລະ ຄຸນພໍ່ ທ໊າຍເຈືອກເຈື່ອງ ຫົວໜ້າສະມາຄົມ ສາສະໜາໂປຣແຕສຕັງ. ຕາງໜ້າການນຳພັກ, ລັດ, ທ່ານນາງດັ້ງທິງອັກທິ້ງ ໄດ້ອວຍພອນຜູ້ມີ ຍົດສັກຕຳແໜ່ງແລະ ສາສະນີກະຊົນຂອງ ສະມາຄົມສາສະໜາໂປຣແຕສຕັງ ວັນຄຼິດສະມາດ ແລະ ປີໃໝ່ຈົ່ງມີຄວາມຢູ່ເຢັນເປັນສຸກ ແລະ ເບີກບານມ່ວນຊື່ນ. ທ່ານນາງ ດັ້ງທິງອັກທິ້ງ ໃຫ້ຮູ້ວ່າ:

        ເຖິງວ່າໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19 ກໍ່ຕາມ, ແຕ່ຢູ່ 34 ແຂວງ, ນະຄອນ, ການເຄື່ອນໄຫວທາງສາສະໜາຂອງສະມາຄົມຍັງຮັກສາໄດ້ ແບບແຜນ, ສາສະນີກະຊົນປະຕິບັດແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງລັດ ໄດ້ເປັນຢ່າງດີ, ຜູ້ມີຍົດສັກ, ມີຕຳແໜ່ງທາງສາສະໜາຫຼາຍຄົນໄດ້ເຂົ້າຮ່ວມການເຄື່ອນໄຫວຂອງແນວໂຮມປະເທດຊາດຫວຽດນາມທຸກຂັ້ນ. ພວກຂ້າພະເຈົ້າກໍ່ຕີລາຄາສູງທີ່ສຸດຕໍ່ການເຄື່ອນໄຫວຂອງສະມາຄົມສາສະໜາໂປຣແຕສຕັງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top