• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ ລົງສະໝັກຮັບການເລືອກຕັ້ງເປັນສະມາຊິກຂອງ ຄະນະກຳມະການກົດໝາຍ ສາກົນ ອາຍຸການ 2023 – 2027 ຕື່ມອີກ

      ທ່ານ ຫງວຽນຮົ່ງທາວ ເອກອັກຄະລັດຖະທູດແມ່ນໜຶ່ງໃນ 11 ຜູ້ລົງແຂ່ງຂັນຮັບສະໝັກເລືອກຕັ້ງ ເພື່ອຄັດເລືອກເອົາ ຜູ້ຕາງໜ້າ 8 ທ່ານ  ໃຫ້ແກ່ພາກພື້ນ ອາຊີ - ປາຊີຟິກ ຢູ່ ILC ໃນອາຍຸການໃໝ່. 
ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ (ພາບ: TTXVN)
      ສະມັດຊາໃຫຍ່ ສປຊ ຊຸດທີ 76 ຄາດວ່າຈະດຳເນີນການເລືອກຕັ້ງເອົາສະມາຊິກ ຄະນະກຳມະການກົດໝາຍສາກົນ (ILC) ອາຍຸການ 2023 – 2027 34 ທ່ານ ຢູ່ສຳນັກງານ ສະຫະປະຊາຊາດ ປະຈຳນິວຢອກ ໃນວັນທີ 12 ພະຈິກ ປີ 2021. ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ ແມ່ນຊາວຫວຽດນາມ ຄົນທຳອິດທີ່ເປັນສະມາຊິກ ILC ໂດຍແມ່ນອົງການນິຕິກຳສຳຄັນຂອງ ສປຊ ໃນອາຍຸການ 2017 – 2022, ຈະລົງສະໝັກເລືອກຕັ້ງເປັນສະມາຊິກຂອງ ILC ໃນອາຍຸການຕໍ່ໄປ.
      ທ່ານເອກອັກຄະລັດຖະທູດແມ່ນໜຶ່ງໃນ 11 ຜູ້ລົງແຂ່ງຂັນຮັບສະໝັກເລືອກຕັ້ງ ເພື່ອຄັດເລືອກເອົາ ຜູ້ຕາງໜ້າ 8 ທ່ານ  ໃຫ້ແກ່ພາກພື້ນ ອາຊີ - ປາຊີຟິກ ຢູ່ ILC ໃນອາຍຸການໃໝ່. ນອນຈາກທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວແລ້ວ, ຜູ້ລົງສະໝັກເລືອກຕັ້ງ 10 ທ່ານທີ່ຍັງເຫຼືອແມ່ນ ມາຈາກບັນດາປະເທດຄື: ຍີ່ປຸ່ນ, ຈີນ, ສ.ເກົາຫຼີ, ໄທ, ໄຊປຣັດ, ອິນເດຍ, ສີລານກາ, ຟີລິບປິນ, ມົງໂກນ ແລະ ລີບັງ.
ຫວຽດນາມ ປະກາດຢ່າງເປັນທາງການວ່າ: ທ່ານ ເອກອັກຄະລັດຖະທູດ ຫງວຽນຮົ່ງທາວ ຈະລົງແຂ່ງຂັນສະໝັກເລືອກຕັ້ງເປັນສະມາຊິກ ຂອງ ILC ຕື່ມອີກສະໄໝໜຶ່ງນັບແຕ່ວັນທີ 25 ກຸມພາ ປີ 2021.
(ແຫຼ່ງຄັດຈາກ VOV)

ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ສ່ວນທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ກໍ່ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນແລກປ່ຽນຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານຢັ້ງຢືນວ່າ ສອງປະເທດຈະສືບຕໍ່ຮ່ວມມືກັນ, ປະສານສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນ.

Top