• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ລັດຖະບານຈັດຕັ້ງກົງຈັກກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິຜົນເພື່ອພັດທະນາແບບຍືນຍົງ

ລັດຖະບານອາຍຸການໃໝ່ ຈົ່ງສືບຕໍ່ເສີມຂະຫຍາຍບັນດາຜົນງານຢ່າງໃຫຍ່ຫຼວງ ແລະ ບັນດາບົດຮຽນລ້ຳຄ່າ ເຊິ່ງລັດຖະບານສະໄໝຕ່າງໆບັນລຸໄດ້ໃຫ້ເປັນຢ່າງດີກວ່າອີກ.
(ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ)

ຕອນເຊົ້າວັນທີ 11 ສິງຫາ, ຢູ່ສຳນັກງານລັດຖະບານ, ໄດ້ຈັດກອງປະຊຸມທາງອອນລາຍທົ່ວປະເທດຄັ້ງທຳອິດຂອງລັດຖະບານອາຍຸການ 2021 – 2026 ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ ແລະ ມະຕິຂອງສະພາແຫ່ງຊາດຊຸດທີ XV ກ່ຽວກັບການພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ  2021 – 2025.

ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ລັດຖະບານອາຍຸການໃໝ່ ຈົ່ງສືບຕໍ່ເສີມຂະຫຍາຍບັນດາຜົນງານຢ່າງໃຫຍ່ຫຼວງ ແລະ ບັນດາບົດຮຽນລ້ຳຄ່າ ເຊິ່ງລັດຖະບານສະໄໝຕ່າງໆບັນລຸໄດ້ໃຫ້ເປັນຢ່າງດີກວ່າອີກ ເພື່ອປະຕິບັດບັນດາເປົ້າໝາຍ, ໜ້າທີ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມະນິດຫວຽດນາມ, ກອງປະຊຸມສູນກາງພັກກອມມູນິດຫວຽດນາມ ຄັ້ງທີ 3  ແລະ ກອງປະຊຸມຄັ້ງປະຖົມມະເລິກສະພາແຫ່ງຊາດຊຸດທີ XV ໄດ້ວາງອອກຢ່າງມີໄຊ.

“ສຸມໃສ່ໃຫ້ບຸລິມະສິດ 6 ໜ້າທີ່ຈຸດສຸມ ແລະ 3 ຂອດບຸກທະລຸຍຸດທະສາດເພື່ອພັດທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງກວ່າ ບົນພື້ນຖານເພີ່ມທະວີສະຖຽນລະພາບບົນພື້ນຖານຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ພັດທະນາເຕັກໂນໂລຊີ ແລະ ປ່ຽນແປງໃໝ່ປະດິດຄິດສ້າງ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງປະເທດຊາດຢ່າງສຸດຂີດ; ສ້າງໂຄງປະກອບພື້ນຖານເສດຖະກິດ ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ; ປະຕິບັດບັນດາມາດຕະການແກ້ໄຂຜົນກະທົບຂອງໂລກລະບາດໂຄວິດ-19 ຢ່າງຄົບຊຸດ, ມີປະສິດທິຜົນ; ເອົາໃຈໃສ່ປົກປັກຮັກສາສິ່ງແວດລ້ອມ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ເດັດດຽວ, ຢືດໝັ້ນການຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ; ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ຍົກສູງປະສິດທິຜົນວຽກງານການຕ່າງປະເທດ ແລະ ທີ່ຕັ້ງບົດບາດ, ອິດທິພົນຊື່ສຽງຂອງຫວຽດນາມ ໃນເວທີສາກົນ”.

(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top