• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ສາທາລະນະລັດ ກູບາ

      ວັນທີ 25 ພະຈິກ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ສາທາລະນະລັດ ກູບາ Lianys Torres Rivera ເນື່ອງໃນໂອກາດເຂົ້າຢ້ຽມອຳລາ ກ່ອນສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາງເອກອັກຄະລັດຖະທູດ Lianys Torres Rivera (ພາບ: TTXVN)
      ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຊົມເຊີຍທ່ານນາງເອກອັກຄະລັດຖະທູດ Lianys Torres Rivera ໄດ້ສິ້ນສຸດໜ້າທີ່ເປັນເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ ໄດ້ເປັນຢ່າງດີ ແລະ ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນຂອງ ທ່ານນາງເອກອັກຄະລັດຖະທູດໃນການປັບປຸງ ແລະ ເຮັດໃຫ້ການພົວພັນມິດຕະພາບແບບພິເສດລະຫວ່າງສອງພັກ, ສອງລັດ ຫວຽດນາມ - ກູບາ ເລິກເຊິ່ງຂຶ້ນຕື່ມ.
        ທ່ານນາງເອກອັກຄະລັດຖະທູດ ສາທາລະນະລັດ ກູບາ Lianys Torres Rivera ຕີລາຄາສູງຕໍ່ການຊ່ວຍເຫຼືອ, ສະໜັບສະໜູນຂອງພະນັກງານ, ຄະນະ, ຂະແໜງການ ແລະ ອົງການຈັດຕັ້ງມະຫາຊົນ ແລະ ທ້ອງຖິ່ນຕ່າງໆຂອງຫວຽດນາມ ອັນໄດ້ຊ່ວຍໃຫ້ທ່ານນາງປະຕິບັດໜ້າທີ່ທາງການທູດໃນໄລຍະປະຈຳ ຢູ່ຫວຽດນາມ ໄດ້ເປັນຢ່າງດີ. ທ່ານນາງ ຢັ້ງຢືນວ່າ ເຖິງວ່າ ຈະຢູ່ໃນຖານະຕຳແໜ່ງໃດກໍຕາມ, ທ່ານນາງຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ກູບາ - ຫວຽດນາມ./.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top