• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່,ປະທານປະເທດຫງວຽນຟຸຈ້ອງອວຍພອນການນຳພັກ,ລັດ,ປະຊາຊົນ,ນັກຮົບທົ່ວປະເທດ

ຕອນເຊົ້າວັນທີ 01 ກຸມພາ (ກົງກັບວັນທີ 27 ບຸນເຕັດ ໄລ່ຕາມຈັນທະປະຕິທິນ), ຢູ່ສຳນັກງານປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ໄດ້ອວຍພອນການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ, ພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

ທ່ານເລຂາທິການໃຫຍ່,ປະທານປະເທດຫງວຽນຟຸຈ້ອງ

(ພາບ: VTV)

ເຂົ້າຮ່ວມລາຍການຍັງມີການນຳພັກ, ລັດ, ສະພາແຫ່ງຊາດ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ບັນດາອະດີດການນຳຫວຽດນາມ ອີກດ້ວຍ. ນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ຊີ້ແຈ້ງວ່າ.

        “ບັນດາຜົນງານຮອບດ້ານທີ່ບັນລຸໄດ້ໃນປີ 2018 ໃນທຸກຂົງເຂດ, ໄດ້ປະກອບສ່ວນປັບປຸງ, ຍົກສູງຄວາມໄວ້ເນື້ອເຊື່ອໃຈຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນເຂົ້າໃນການຊີ້ນຳນຳພາຂອງພັກ ແລະ ພາລະກິດແຫ່ງການປ່ຽນແປງໃໝ່ຂອງປະເທດຊາດ. ນັ້ນແມ່ນການເຕົ້າໂຮມຂອງພາລະກິດ 30 ປີແຫ່ງການປ່ຽນແປງໃໝ່ປະເທດຊາດຢ່າງຮອບດ້ານ; ແມ່ນຄວາມສາມັກຄີ, ເປັນເອກະພາບ, ມານະພະຍາຍາມສູ້ຊົນ, ຮ່ວມແຮງຮ່ວມໃຈຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ… ອັນໄດ້ສ້າງເປັນກຳລັງແຮງສັງລວມ, ເປັນຈິດໜຶ່ງໃຈດຽວຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ; ສ້າງກຳລັງໜູນໃໝ່ ແລະ ທ່ວງທ່າໃໝ່, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຫວັງອັນໃຫຍ່ຫຼວງເພື່ອກ້າວເຂົ້າສູ່ປີ 2019”.

        ທ່ານເລຂາທິການໃຫຍ່, ປະທານປະເທດ ຮຽກຮ້ອງໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ສືບຕໍ່ເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບເພື່ອພັດທະນາປະເທດຊາດ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top