• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເຂົ້າຮ່ວມກອງປະຊຸມຄະນະປະຈຳອົງຄະນະພັກຕຳຫລວດສູນກາງ

      ຕອນເຊົ້າວັນທີ 26 ມິຖຸນາ ຢູ່ ຮ່າໂນ້ຍ, ຄະນະປະຈຳອົງຄະນະພັກຕຳຫລວດສູນກາງ ໄດ້ຈັດຕັ້ງກອງປະຊຸມຕີລາຄາສະພາບການ, ໝາກຜົນວຽກງານຮັບປະກັນຄວາມສະຫງົບແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນ 6 ເດືອນຕົ້ນປີ, ຫນ້າທີ່ວຽກງານຈຸດສຸມ 6 ເດືອນທ້າຍປີ 2018. 

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງກ່າວຄຳເຫັນທີ່ກອງປະຊຸມ
      ກ່າວຄຳເຫັນນະທີ່ນີ້ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເນັ້ນຫນັກວ່າ: ກຳລັງຕຳຫລວດຕ້ອງເສີມຂະຫຍາຍບົດບາດ, ຫນ້າທີ່, ອົງອາດກ້າຫານເພື່ອປົກປັກຮັກສາພັກກອມມູນິດຫວຽດນາມ, ຮັກສາລະບອບ, ຮັບປະກັນຄວາມໝັ້ນຄົງດ້ານການເມືອງ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ກ່າວຄຳເຫັນທີ່ກອງປະຊຸມ, ບັນດາຜູ້ແທນໄດ້ໄຈ້ແຍກ, ເຮັດແຈ້ງບັນດາໝາກຜົນພົ້ນເດັ່ນຂອງກຳລັງຕຳຫລວດປະຊາຊົນໃນ 6 ເດືອນຕົ້ນປີ 2018, ບັນດາຂໍ້ຄົງຄ້າງ, ຂໍ້ຈຳກັດ ແລະ ສາຍເຫດຂອງບັນດາຂໍ້ຄົງຄ້າງ, ຂໍ້ຈຳກັດນັ້ນ ແລະ ໃຫ້ຄຳເຫັນກ່ຽວກັບຫນ້າທີ່ວຽກງານຈຸດສຸມປົກປັກຮັກສາຄວາມໝັ້ນຄົງຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນ 6 ເດືອນທ້າຍປີ 2018 ແລະ ຮ່າງບົດລາຍງານໝາກຜົນແຫ່ງການປະຕິບັດບັນດາມະຕິຂອງກົມການເມືອງ. 
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top