• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງໄດ້ຮັບຫຼຽນ 50 ປີເປັນສະມາຊິກພັກ

      ຕອນບ່າຍວັນທີ 29 ມັງກອນ, ອົງຄະນະພັກຫ້ອງວ່າການສູນກາງພັກ ໄດ້ຈັດຕັ້ງພິທີປະດັບ ຫຼຽນ 50 ປີເປັນສະມາຊິກພັກ ໃຫ້ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບຊໍດອກໄມ້ໃຫ້ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

      ດ້ວຍ 50 ປີເປັນກຽດທີ່ເປັນສະມາຊິກພັກກອມມູນິດ ຫວຽດນາມ, ຍາມໃດ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກໍ່ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ; ຮັກສາຄຸນນະທາດຂອງນັກກອມມູນິດໄວ້ຢ່າງໝັ້ນຄົງ, ຍືດໝັ້ນລັດທິ ມາກ - ເລນິນ ແລະ ແນວຄິດ ໂຮ່ຈີມິນ, ເປົ້າໝາຍເອກະລາດແຫ່ງຊາດ ແລະ ລັດທິສັງຄົມນິຍົມ; ຮັກສາຄຸນສົມບັດປະຕິວັດ, ຍາມໃດກໍ່ນຳໜ້າ, ເປັນແບບຢ່າງ, ຮຳ່ຮຽນ, ຝືກຝົນຫຼໍ່ຫຼອມຢ່າງບໍ່ຢຸດຢັ້ງ. ດ້ວຍບັນດາຕຳແໜ່ງທີ່ສຳຄັນຂອງພັກ, ລັດເຊິ່ງຕົນຮັບຜິດຊອບ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ມີການປະກອບສ່ວນອັນໃຫຍ່ຫຼວງ, ສຳຄັນໃນພາລະກິດປະຕິວັດຂອງພັກ, ລັດ ຫວຽດນາມ, ໂດຍສະເພາະແມ່ນໃນພາລະກິດປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.

        ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຖືວ່າ, ໃນຕະຫຼອດ 50 ປີທີ່ເປັນສະມາຊິກພັກ, ທ່ານໄດ້ຮັບການສຶກສາ, ຫຼໍ່ຫຼອມ, ບອກສອນຊັກນຳຫຼາຍທີ່ສຸດ, ສະນັ້ນຈຶ່ງສຳເລັດວຽກງານຈຳນວນໜຶ່ງ ແລະ ເຕີບໃຫຍ່ເທື່ອລະກ້າວ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໝັ້ນໝາຍຈະສູ້ຊົນ, ສະຫຼະຕະຫຼອດຊີວິດ ຈົ່ງຮັກພັກດີຕໍ່ອຸດົມຄະຕິປະຕິວັດຂອງພັກ, ອອກແຮງຝຶກຝົນຫຼໍ່ຫຼອມ, ພະຍາຍາມຮຳ່ຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນດຳລົງຊີວິດຂອງປະທານ ໂຮ່ຈີມິນ ເພື່ອສົມເປັນສະມາຊິກພັກຂອງພັກກອມມູນິດ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top