• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ພົບປະກັບຜູ້ມີສິດເລືອກຕັ້ງເມືອງຮາຍບ່າຈຶງ,ຮ່າໂນ້ຍ

      ຕອນເຊົ້າວັນທີ 23/6, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ຮາຍບ່າຈຶງ, ຮ່າໂນ້ຍ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ຮາຍບ່າຈຶງ (ພາບ: vietnamnet)
      ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃຫ້ຮູ້ວ່າ, ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 14 ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ພິເສດ, ກອງປະຊຸມຄັ້ງນີ້ໄດ້ຮັບຮອງເອົາປະມວນກົດໝາຍອາຍາ. ນອກນັ້ນສະພາແຫ່ງຊາດຍັງໄດ້ປຶກສາຫາລື, ປະກອບຄວາມເຫັນໃສ່ບັນດາບັນຫາຫຍຸ້ງຍາກ, ສຳຄັນອື່ນໆອີກ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ຖືວ່າບັນດາບັນຫາພາຍຫຼັງຖືກຍົກອອກມາຊັກຖາມຕ້ອງມີການປ່ຽນແປງ, ຫັນປ່ຽນຢ່າງຕັ້ງໜ້າໃນພາກຕົວຈິງ.
        “ສິ່ງສຳຄັນແມ່ນໃນໄລຍະຈະມາເຖິງຕ້ອງນຳເອົາມະຕິເຂົ້າໃນຊີວິດການເປັນຢູ່ຄືແນວໃດ, ບັນດາສິ່ງທີ່ໄດ້ໝັ້ນໝາຍແລ້ວນັ້ນແມ່ນສາມາດປະຕິບັດໄດ້ບໍ, ຈະສືບຕໍ່ຕິດຕາມກວດກາອີກຫຼືບໍ? ຄວາມເປັນຫ່ວງຂອງຜູ້ມີສິດເລືອກຕັ້ງກໍ່ແມ່ນຄວາມເປັນຫ່ວງຂອງພວກຂ້າພະເຈົ້າ ແລະ ພວກເຮົາເວົ້າຫຼາຍກ່ຽວກັບສິ່ງດັ່ງກ່າວ. ສິ່ງສຳຄັນແມ່ນມີການຫັນປ່ຽນໃນພາກຕົວຈິ່ງແຫ່ງການດຳລົງຊີວິດໄດ້ຫຼືບໍນັ້ນຈຶ່ງແມ່ນສິ່ງທີ່ຕ້ອງການ“.
        ຕອນບ່າຍຂອງວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງເມືອງ ບາດິ່ງ, ຮ່າໂນ້ຍ.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top