• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເດີນທາງຢ້ຽມຢາມ ສປ ຈີນ ຢ່າງເປັນທາງານ


ທ່ານ​ເລຂາ​ທິການ​ໃຫຍ່​ ຫງວຽນຟູ​ຈ້ອງ ​ເດີນທາງ​ຢ້ຽມຢາມ ສປ ຈີນ

      ທ່ານ​ເລຂາ​ທິການ​ໃຫຍ່​ ຫງວຽນຟູ​ຈ້ອງ ​ເດີນທາງ​ຢ້ຽມຢາມ ສປ ຈີນ ຢ່າງ​ເປັນ​ທາງກ​ານ. ການ​ຢ້ຽມຢາມ​ຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 12 – 15/01/2017 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຈີນ, ປະທານ​ປະ​ເທດ​ແຫ່ງ​ສາທາລະນະ​ລັດ ປະຊາຊົນ ຈີນ ສີ​ຈິ້ນ​ຜີ​ງ. ນີ້​ແມ່ນ​ການ​ຢ້ຽມຢາມ ຈີນ ​ຢ່າງ​ເປັນ​ທາງ​ການ ຄັ້ງ​ທຳ​ອິດ ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນຟູ​ຈ້ອງ ພາຍ​ຫລັງກອງ​ປະຊຸ​ມ​ໃຫຍ່​​ຄັ້ງ​ທີ 12 ຂອງ​ພັກ. ​ເນື່ອງ​ໃນ​ໂອກາດ​ນີ້ ໜັງສືພິມ​​ເຍີນ​ເຢີ​ນ “ສຽງ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມສະບັບອອກວັນ​ທີ 12/01 ມີ​ບົດນຳ​ດ້ວຍ​ຫົວ​ຂໍ້​ວ່າ “ຍົກ​ສູງ​ປະສິດທິ​ຜົນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ”. ​ບົດ​ນຳ​ຢືນຢັນ​ວ່າ: ການ​ຢ້ຽມຢາມ​ດ​​ຳ​ເນີນ​ໄປ​​ກົງ​ກັບ​ໂອກາດ 2 ປະ​ເທດ​ພວມ​ດຳ​ເນີນ​ການ​ເຄື່ອ​ນ​ໄຫ​ວ​ແທດຈິງ​ຫລາຍ​ຢ່າງ ​ເພື່ອ​ສະ​ເຫຼີ​ມສະຫຼອງ 67 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ ກະກຽມ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​ຂອງ 2 ປະ​ເທດ, ການ​ຢ້ຽມຢາມ ຈີນ ຄັ້ງ​ນີ້​ຂອງ​ທ່ານ ຫງວຽນ​ຟູ​ຈ້ອງ ​ແມ່ນ​ເຫດການ ​ການ​ເມືອງ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ, ປະກອບ​ສ່ວນ​ຜັນ​ຂະຫຍາຍ​ການປະຕິບັດ​ແນວທາງການ​ຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ໃຫຍ່​​ພັກ​ກອມ​ມູນິດ ຫວຽດນາມ ຄັ້ງ​ທີ 12. ການ​ຢ້ຽມຢາມ ບໍ່​ພຽງ​ແຕ່​​ແນ​ໃສ່​ກຳນົດ​ທິດທາງ ​ແລະ ສ້າງ​ທ່າ​ພັດທະນາຢ່າງປອດ​​ໃສ​ໃຫ້ການ​ພົວພັນ ຫວຽດນາມ - ຈີນ ​ເຕື່ມ​ອີກ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບ​ສ່ວນ​ຮັກສາ, ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ ​ເພື່ອ​ພັດທະນາ​ ​ແລະ ປົກ​ປັກຮັກສາ​ປະ​ເທດ​ຊາດ, ຍົກ​ສູງ​ທີ່​ຕັ້ງ​ຂອງ ຫວຽດນາມ ບົນ​ເວ​ທີສາກົນ​ອີກ​ດ້ວຍ. ​ເນື່ອງ​ໃນ​ໂອກາດ​ນີ້ ຫວຽດນາມ ຢືນຢັນ​ແຜນ​ນະ​​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ ຖື​ເປັນສຳຄັນ ​ແລະ ປາດ​ຖະໜາ​ຢາກ​ພັດທະນາ​ການ​ພົວພັນ​ອັນ​ດີງາມ, ​ແທດ​ຈິງກັບ ຈີນ ບົນ​ພື້ນຖານ​ເຄົາລົບ​ເຊິ່ງກັນ ​ແລະ ກັນ, ສະ​ເໝີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ; ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ ຫວຽດນາມ​ ຢູ່ ທະ​ເລ​ຕາ​ເວັນ​ອອກ.
        ບົດ​ນຳ​ໃນໜັງສື​ພິມກວນ​ໂດ້ຍ​ເຍີນ​ເຢີ​ນ ສຽງ​ຂອງ​ກອງທັບ​ປະຊາຊົນ ຫວຽດນາມ ສະບັບ​ອອກ​ວັນ​ທີ 12/01 ​ໄດ້​ຕີ​ລາຄາ​ສັງ​ລວມ, ​ໄລຍະ​ຜ່ານ​ມາ ການ​ພົວພັນ ຫວຽດນາມ - ຈີນ ຮັກສາທ່າ​ອ່ຽງປົກກະຕິ ​ແລະ ມີ​ບາດກ້າວ​ຄຶບໜ້າ​ຢ່າງ​ແນ່ນອນ​ໃນ​ບາງ​ຂົງ​ເຂດ, ​ນຳ​​ເອົາ​ຜົນ​ປະ​ໂຫຍດ​ແທດ​ຈິງ​ມາໃຫ້ 2 ຝ່າຍ. ປະຈຸ​ບັນ ຈີນ ​ແມ່ນ​ຄູ່​ຮ່ວມ​ມື​ດ້ານການ​ຄ້າ​ແຖວ​ໜ້າ​ຂອງ ຫວຽດນາມ, ຫວຽດນາມ ​ແມ່ນ​ຕະຫລາດ​ສົ່ງ​ອອກ​ໃຫຍ່​ອັນ​ດັບ​ທີ 6  ​ແລະ ​ແມ່ນ​ຕະຫລາດ​ນຳ​ເຂົ້າ​ໃຫຍ່​ອັນ​ດັບ​ທີ 11 ຂອງ ຈີນ. ຈີນ ກໍ່​ແມ່ນ​ປະ​ເທດ​ແຖວ​ໜ້າ​ກ່ຽວ​ກັບ​ຈຳນວນ​ແຂກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ມາ ຫວຽດນາມ. ກ່ຽວ​ກັບ​ສະພາບ​ທະ​ເລ​ຕາ​ເວັນ​ອອກ, ການ​ນຳ​ຂັ້ນ​ສູງ 2 ພັກ, 2 ລັດ ບັນລຸ​ໄດ້​ຄວາມ​ຮັບ​ຮູ້​ລວມທີ່​ສຳຄັນ​ກ່ຽວ​ກັບ​ເລື່ອງ​ແກ້​ໄຂຄວາມ​ບໍ່​ລົງ​ລອຍ​ກັນ - ການ​ຂັດ​ແຍ້​ງກັນ​ຢ່າງ​ສົມ​ເຫດ​ສົມ​ຜົນບົນ​ພື້ນຖານ​ເຄົາລົບ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ກັນ, ​ເຄົາລົບ​ກົດໝາຍ​ສາກົນ​. ບົດ​ນຳຢືນຢັນ​ການ​ຢ້ຽມຢາມ ຈີນ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ ຫງວຽນ​ຟູ​ຈ້ອງ ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ ​ເພື່ອ​ກຳ​ນົດທິດ​ ພັດທະນາ​ໃຫ້ການ​ພົວພັນ ຫວຽດນາມ - ຈີນ, ປັບປຸງ, ຮັກສາສະພາບ​​ມິດຕະພາບ, ສະຖຽນ​ລະ​ພາບ, ສ້າງ​ທ່າ​ພັດທະນາຢ່າງ​ປອດ​ໃສ​ໃຫ້ການ​ພົວພັນ 2 ປະ​ເທດ.
 (ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top