• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງປະທານປະເທດ ລາວ ຄຳພັນ ວິພາວັນ ຢ້ຽມຢາມ ແຂວງຮວ່າບິ່ງ

      ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງຕັ້ງສາຍພົວພັນການທູດ (5/9/1962-5/9/2017) ແລະ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ (18/7/1977-18/7/2017).

ທ່ານຮອງປະທານປະເທດ ລາວ ຄຳພັນ ວິພາວັນ ເຮັດວຽກກັບການນຳແຂວງ ຮ່ວາບີງ (ພາບ: TTXVN)
      ວັນທີ 19 ກໍລະກົດ, ຄະນະຜູ້ແທນຂັ້ນສູງແຫ່ງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໂດຍ ທ່ານຮອງປະທານປະເທດແຫ່ງ ສປປ ລາວ ຄຳພັນ ວິພາວັນ ເປັນຫົວໜ້າຄະນະ, ເດີນທາງມາຢ້ຽມຢາມ ແຂວງຮວ່າບິ່ງ. ທີ່ການພົບປະກັບການນຳ ແຂວງຮວ່າບິ່ງ, ທ່ານຮອງປະທານປະເທດແຫ່ງ ສປປ ລາວ ຄຳພັນ ວິພາວັນ ປາດຖະໜາຢາກ ຖອດຖອນບົດຮຽນ ເພື່ອ ຊີ້ນຳ, ນຳພາ, ບໍລິຫານ, ນຳ ບັນດາທ້ອງຖິ່ນຂອງສອງປະເທດ ຫວຽດນາມ-ລາວ ພ້ອມກັນພັດທະນາ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດ ໃຫ້ນັບມື້ນັບມີຄວາມເຂັ້ມແຂງແໜ້ນແຟ້ນຍິ່ງໆຂຶ້ນ. ທ່ານຮອງປະທານປະເທດແຫ່ງ ສປປ ລາວ ສະແດງຄວາມເຫັນດີເປັນເອກະພາບສູງໃນການກໍ່ສ້າງ, ປົກປັກຮັກສາເຂດປູສະນີຍະສະຖານປະຫວັດສາດ ເຊິ່ງແມ່ນສະຖານທີ່ດຳເນີນເຫດການທີ່ສຳຄັນ - ກອງປະຊຸມໃຫຍ່ຈັດກຽມໃຫ້ແກ່ ກອງປະຊຸມໃຫຍ່ ຄັ້ງທີ II ພັກປະຊາຊົນລາວ (ປະຈຸບັນແມ່ນພັກປະຊາຊົນປະຕິວັດລາວ). ທ່ານຮອງປະທານປະເທດແຫ່ງ ສປປ ລາວ ໃຫ້ຮູ້ວ່າ: ຈະຊີ້ນຳຫ້ອງວ່າການສູນກາງພັກ ແລະ ພະນັກງານ, ຂະແໜງການກ່ຽວຂ້ອງຂອງ ລາວ ສະໜອງຂໍ້ມູນ, ເອກະສານ ກ່ຽວກັບປະເທດລາວ ແລະ ການພົວພັນລະຫວ່າງ ລາວ ກັບ ແຂວງຮວ່າບິ່ງ ໃຫ້ແກ່ແຂວງຮວ່າບິ່ງ.
        ເນື່ອງໃນໂອກາດທີ່ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ເດີນທາງມາຢ້ຽມຢາມເຂດປູສະນີຍະສະຖານປະຫວັດສາດແຫ່ງຊາດ ສະຖານທີ່ດຳເນີນ ກອງປະຊຸມໃຫຍ່ ຄັ້ງທີ II ພັກປະຊາຊົນລາວ (ໃນບໍລິເວນກອງບັນຊາການທະຫານ ແຂວງຮວ່າບິ່ງ) ແລະ ບັນທຶກເຂົ້າໃນປຶ້ມຄຳມູນເຊື້ອ.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top