• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ລົງເຮັດວຽກຢູ່ແຂວງບິ່ງເຢືອງ

      ທ່ານ ຫວູດຶກດາມ  ແລະ ຄະນະປະຕິບັດງານ ໄດ້ລົງກວດກາ ຢູ່ຕາແສງ ບິ່ງຮ່ວາ ແລະ ບາງຮາກຖານແຍກຕົວຢູ່ຕະຫຼາດ ບິ່ງດ໊າງ ຂອງຕາແສງ ບິ່ງຮ່ວາ ແລະ ບໍລິສັດແຫ່ງໜຶ່ງທີ່ພວມປະຕິບັດວິທີການຜະລິດ “3 ຢູ່ກັບທີ່” ໃນເຂດອຸດສະຫາກຳ ຊ໋ອງເທິ່ນ (ນະຄອນ ຢິ້ອານ).
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ລົງກວດກາ ການວິໄຈຫາເຊື້ອໂດຍໄວ (ພາບ: TTXVN)
      ວັນທີ 28 ກັນຍາ, ຄະນະປະຕິບັດງານຂອງລັດຖະບານ ໂດຍທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເປັນຫົວໜ້າ, ໄດ້ລົງເຮັດວຽກຢູ່ນະຄອນ ທ້ວນອານ (ແຂວງບິ່ງເຢືອງ) ແລະ ເຮັດວຽກກັບບັນດາຄະນະ, ຂະແໜງການ, ການນຳແຂວງບິ່ງເຢືອງ ກ່ຽວກັບວຽກງານ, ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນບໍລເວນແຂວງ, ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ ບິ່ງເຢືອງ ຕ້ອງສ້າງແຜນທີ່ໂຄວິດ - 19 ຢ່າງລະອຽດ ເພື່ອຕິດຕາມ, ແກ້ໄຂຢ່າງທັນການເມື່ອເກີດມີກໍລະນີຕິດເຊື້ອໂຄວິດ - 19. ພິເສດ, ທາງແຂວງຕ້ອງນຳການຜະລິດ, ດຳເນີນທຸລະກິດກັບຄືນສູ່ເຄື່ອນໄຫວເທື່ອລະກ້າວ ຕາມທິດໝັ້ນແກ່ນ ແລະ ປອດໄພ.
      ກ່ອນໜ້ານັ້ນ, ທ່ານ ຫວູດຶກດາມ  ແລະ ຄະນະປະຕິບັດງານ ໄດ້ລົງກວດກາ ຢູ່ຕາແສງ ບິ່ງຮ່ວາ ແລະ ບາງຮາກຖານແຍກຕົວຢູ່ຕະຫຼາດ ບິ່ງດ໊າງ ຂອງຕາແສງ ບິ່ງຮ່ວາ ແລະ ບໍລິສັດແຫ່ງໜຶ່ງທີ່ພວມປະຕິບັດວິທີການຜະລິດ “3 ຢູ່ກັບທີ່” ໃນເຂດອຸດສະຫາກຳ ຊ໋ອງເທິ່ນ (ນະຄອນ ຢິ້ອານ).
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top