• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກວດກາວຽກງານ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ ບິ່ງເຢືອງ

      ຕອນບ່າຍວັນທີ 16 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ນຳໜ້າຄະນະປະຕິບັດງານສູນກາງລົງຢ້ຽມຢາມ, ເຮັດວຽກ ແລະ ກວດກາການປະຕິບັດການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ບິ່ງເຢືອງ.
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກວດກາວຽກງານ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ ບິ່ງເຢືອງ
      ຢູ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮັບຮູ້ວ່າ ທ້ອງຖິ່ນນີ້ ມີບັນດາການປະດິດສ້າງໃນການຮັກສາ ແລະ ເປີດກ້ວາງ “ເຂດຂຽວ” (ໝາຍເຖິງເຂດບໍ່ມີຜູ້ຕິດເຊື້ອ) ໂດຍແມ່ນພື້ນຖານເພື່ອລົບລ້າງ “ເຂດແດງ" (ໝາຍເຖິງເຂດທີ່ມີຜູ້ຕິດເຊື້ອ), ຮູບແບບການຜະລິດ 3 ຂຽວ (ໂຮງງານຂຽວ, ເຮືອນພັກຂຽວ ແລະ ກຳມະກອນຂຽວ) ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ ຊ່ວຍໃຫ້ວິສາຫະກິດມີການຜະລິດເປັນປົກກະຕິ.
      ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັ້ກວ່າ, ບິ່ງເຢືອງ ພວມຢູ່ໃນໄລຍະສຸດທ້າຍໃນວຽກງານດັບມອດໂລກລະບາດ ໂຄວິດ - 19 ດັ່ງນັ້ນ ຕ້ອງສືບຕໍ່ປະຕິບັດບັນດາມາດຕະການ ເພື່ອນຳແຂວງກັບຄືນສູ່ສະພາບການປົກກະຕິໃໝ່. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢັ້ງຢືນວ່າ ເພື່ອສ້າງພູມຕ້ານທານໃນປະຊາຄົມ, ສູນກາງຈະໃຫ້ບຸລິມະສິດແກ່ແຂວງບິ່ງເຢືອງ, ທ່ານກ່າວວ່າ:
      ໜ່ວຍປະຕິບັດງານຈະແລກປ່ຽນກັບກະຊວງສາທາລະນະສຸກ ສືບຕໍ່ມານະພະຍາຍາມ ໃຫ້ບຸລິສະມິດວັກຊິນໃຫ້ແກ່ແຂວງ ໂດຍໄວ ຍ້ອນວ່າ ບິ່ງເຢືອງ ແມ່ນແຂວງອຸດສາຫະກຳໃຫຍ່ທີ່ສຸດ. ມີນັກຊ່ຽວຊານຫຼາຍທ່ານເວົ້າວ່າ, ບໍ່ສາມາດລົບລ້າງໄວຣັດ ໃນຊຸມຊົນໄດ້ ແລະ ໄວຣັດ ຈະຍັງຄົງຕົວ, ເມື່ອພວກເຮົາສັກວັກຊິນກັນໂຄວິດ - 19 ແລະ ສົມທົບກັບມາດຕະການປ້ອງກັນ ຕ່າງໆ ຈະຫຼຸດຈຳນວນຜູ້ຕິດເຊື້ອທີ່ມີອາການໜັກ, ຜູ້ເສຍຊີວິດ ລົງ ເພື່ອກັບຄືນສູ່ສະພາບການປົກກະຕິໃໝ່.
(ແຫຼ່ງຄັດຈາກ VOV)
 

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top