• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເຈືອງຮວ່າບິ່ງ ເຂົ້າຮ່ວມພິທີອອກເຄື່ອນທັບຊາວໜຸ່ມອາສາສະໝັກ ລະດູແລ້ງ ປີ 2019

ຕອນເຊົ້າວັນທີ 02 ມິຖຸນາ, ຢູ່ແຂວງ ບັກກ້ານ ຂອງຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ໄດ້ເຂົ້າຮ່ວມພິທີອອກເຄື່ອນທັບ ບັ້ນຂົນຂວາຍຊາວໜຸ່ມອາສາສະໝັກ ລະດູແລ້ງ 2019 ໂດຍ ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ປຸກລະດົມ.

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເຈືອງຮວ່າບິ່ງ (ພາບ: tuoitre.vn)

ບັ້ນຂົນຂວາຍຊາວໜຸ່ມອາສາສະໝັກລະດູແລ້ງ 2019 ລວມມີລາຍການ: “ຕໍ່ກໍາລັງແຮງໃຫ້ແກ່ການສອບເສັງ” ແລະ 4 ບັ້ນຂົນຂວາຍຄື: “ລະດູແລ້ງອາສາສະໝັກ”, “ດອກຝາງແດງ”, “ລະດູພັກແລ້ງບໍລິຈາກ”, “ຊາວໜຸ່ມອາສາສະໝັກເຄື່ອນທັບ”. ການເຄື່ອນໄຫວຂອງບັ້ນຂົນຂວາຍປີນີ້ ໄດ້ສຸມໃສ່ບັນດາເນື້ອໃນຄື ເຂົ້າຮ່ວມການສ້າງຊົນນະບົດໃໝ່; ແນະນໍາເຕັກນິກ, ຖ່າຍທອດວິທະຍາສາດເຕັກໂນໂລຢີ; ໜູນຊ່ວຍການກູ້ຢືມທຶນ; ສ້າງບັນດາຮູບແບບ ເສດຖະກິດໃຫ້ແກ່ຊາວໜຸ່ມຊົນນະບົດ.

        ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ໄດ້ໄປຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດ ນ່າຕູ, ຢູ່ຕາແສງເກິມຢ່າງ, ເມືອງ ແບັກທົງ ແລະ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງ ຫໍວັດທະນະທໍາບ້ານ ຕົ໋ງມູ໊, ຕາແສງ ເຢືອງຟອງ, ເມືອງ ແບັກທົງ, ແຂວງບັກກ້ານ.

 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top