• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກສາມັກຄີ ແລະ ພັດທະນາ ສະຫະພາບ ມຽນມາ

ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່່າງຫວຽດນາມ ແລະ ມຽນມາ ນັບມື້ນັບເປີດກວ້າງ ແລະ ກ້າວເຂົ້າສູ່ລວງເລິກ
ວັນທີ 19 ທັນວາ, ຢູ່ສໍານັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິງເຫວ້ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກສາມັກຄີ ແລະ ພັດທະນາ ສະຫະພາບ ມຽນມາ (USDP) ໂດຍທ່ານປະທານພັກ U Than Htay ນໍາໜ້າຄະນະມາຢ້ຽມຢາມຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິງເຫວ້ ຕ້ອນຮັບທ່ານປະທານພັກ USDP U Than Htay (ພາບ: TTXVN)


ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ຕີລາຄາສູງບັນດາຜົນງານພັດທະນາເສດຖະກິດ-ສັງຄົມ ຂອງ ມຽນມາ ໃນໄລຍະຜ່ານມາ, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຍາມໃດກໍສະໜັບສະໜູນການເສີມສ້າງສັນຕິພາບຂອງ ມຽນມາ. ກ່ຽວກັບການພົວພັນລະຫວ່າງສອງປະເທດ, ທ່ານ ເວືອງດິງເຫວ້ ຖືວ່າ, ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່່າງຫວຽດນາມ ແລະ ມຽນມາ ນັບມື້ນັບເປີດກວ້າງ ແລະ ກ້າວເຂົ້າສູ່ລວງເລິກ.

        ບົນພື້ນຖານການພົວພັນທີ່ເປັນມູນເຊື້ອລະຫວ່າງສອງຝ່າຍ, ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ສອງປະເທດ ຈະເສີມຂະຫຍາຍບັນດາຄຸນຄ່າທີ່ໄດ້ກໍ່ສ້າງ, ເພີ່ມພູນຄູນສ້າງ ບົນຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມທັດສະນະຂອງ ອາຊຽນ ເພື່ອພັດທະນາຢ່າງແຮງ.

(ແຫຼ່ງຄັດຈາກ VOV)


ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top