• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີຈີ້ງດີງຢູງ:ສິ້ນສຸດການເຈລະຈາຂຸດຄົ້ນບໍ່ອາຍແກສ ກາວອຍແຊງ

ບໍ່ອາຍແກສ ກາວອຍແຊງ ໄດ້ຮັບຖືວ່າແມ່ນບໍ່ໃຫຍ່ສຸດຢູ່ຫວຽດນາມໃນປະຈຸບັນ. 

ທ່ານຮອງນາຍົກລັດຖະມົນຕີຈີ້ງດີງຢູງຕ້ອນຮັບ ທ່ານ Paul Greenwood, ຮອງປະທານກຸ່ມ Exxon Mobil ອາເມລິກາ
      ຕອນບ່າຍວັນທີ 10 ຕຸລາ ທີ່ການຕ້ອນຮັບ ທ່ານ Paul Greenwood, ຮອງປະທານກຸ່ມ Exxon Mobil ອາເມລິກາ ຮັບຜິດຊອບດ້ານ ອາຍແກສ ແລະ ພະລັງງານ, ຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ສະເຫນີ ກະຊວງອຸດສາຫະກຳ ການຄ້າ, ກຸ່ມບໍລິສັດນ້ຳມັນອາຍແກສ ແຫ່ງຊາດຫວຽດນາມ ແລະ Exxon Mobil  ຍູ້ແຮງຄວາມຄືບຫນ້າການເຈລະຈາບົນພື້ນຖານຮັບປະກັນຄວາມກົມກຽວຜົນປະໂຫຍດຂອງບັນດາຝ່າຍ, ຂຸດຄົ້ນບໍ່ອາຍແກສ ກາວອຍແຊງ ໂດຍໄວ. ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ຢືນຢັນ: ຫວຽດນາມ ຕີລາຄາສູງເລື່ອງExxon Mobil ເຂົ້າຮ່ວມພັດທະນາ, ຂຸດຄົ້ນບໍ່ອາຍແກສ ກາວອຍແຊງ ແລະ ເນັ້ນຫນັກ ໂຄງການບໍ່ອາຍແກສ ກາວອຍແຊງ ມີບົດບາດສຳຄັນໃນການຫັນການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາ ເປັນລະອຽດ ແລະ ເລິກເຊິ່ງກວ່າ. ທ່ານ Paul Greenwoodຮອງປະທານ ຮັບຜິດຊອບດ້ານ ອາຍແກສ ແລະ ພະລັງງານຂອງກຸ່ມບໍລິສັດ Exxon Mobil  ຢືນຢັນ: ໂຄງການຂຸດຄົ້ນອາຍແກສຢູ່ບໍ່ ກາວອຍແຊງ ມີບົດບາດສຳຄັນສຳລັບກຸ່ມໃນການຍູ້ແຮງການຮ່ວມມືກັບຫວຽດນາມໃນຂົງເຂດຂຸດຄົ້ນ, ປຸງແຕ່ງບັນດາຜະລິດຕະພັນນ້ຳມັນ ອາຍແກສ. ບໍ່ອາຍແກສ ກາວອຍແຊງ ຫ່າງຈາກຝັ່ງທະເລທາງທິດຕາເວັນອອກພາກກາງຫວຽດນາມ ປະມາ ນ 100 ກິໂລແມັດ ໂດຍກຸ່ມບໍລິສັດ Exxon Mobil  ຂອງອາເມລິກາ ເປັນນັກບໍລິຫານ. ບໍ່ອາຍແກສ ກາວອຍແຊງ ໄດ້ຮັບຖືວ່າແມ່ນບໍ່ໃຫຍ່ສຸດຢູ່ຫວຽດນາມໃນປະຈຸບັນ.
 (ແຫຼ່ງຄັດຈາກ VOV)

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ປີ 2025 ຂອງ ຫວຽດ​ນາມ

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ປີ 2025 ຂອງ ຫວຽດ​ນາມ

ບັນດາບົດລາຍງານສາກົນທີ່ໄດ້ປະກາດໃນຫວ່າງມໍ່ໆມານີ້ ລ້ວນແຕ່ຮັບຮູ້ລະດັບຄວາມເຊື່ອໝັ້ນທີ່ນັບມື້ນັບເພີ່ມຂຶ້ນສຳລັບແງ່ຫວັງເສດຖະກິດ ຫວຽດນາມ ໃນປີ 2025, ເມື່ອບັນດາເສົາຄ້ຳການເຕີບໂຕຕົ້ນຕໍສືບຕໍ່ສະແດງໃຫ້ເຫັນຄວາມອາດສາມາດຟື້ນຟູຢ່າງແຮງ ແລະ ຍືນຍົງ.

Top