• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຫງວຽນວັນບີງ, ຫົວຫນ້າຄະນະເສດຖະກິດສູນກາງຢ້ຽມຢາມ ແລະ ເຮັດວຽກຢູ່ໂມຊຳບີກ


ເລ​ຂາ​ທິ​ການ​ໃຫຍ່​ພັກ Frelimo, Eliseu Joaquim Machava ຕ​ອ້ນ​ຮັບ​​ທ່ານ ຫງວຽ​ນ​ວັນ​ບີງ,
ຫົວ​ຫນ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ​. ພາບ:TTXVN
 
      ແຕ່​ວັນ​ທີ 11-15/12, ຄະ​ນະ​ຜ​ູ້​ແທນ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໂດຍ​ທ່ານ ຫງວຽ​ນ​ວັນ​ບີງ, ຫົວ​ຫນ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ​ນຳ​ຫນ້າ ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ ໂມ​ຊຳ​ບີກ. ທ່ານ ຫງວຽນ​ວັນ​ບີງ ໄດ້​ມີ​ການ​ພົບ​ປະ​ເຈ​ລະ​ຈາ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂມ​ຊຳ​ບີກ Carlos Agostinho do Rosario, ເລ​ຂາ​ທິ​ການ​ໃຫຍ່​ພັກ Frelimo, Eliseu Joaquim Machava. ທີ່​ການ​ເຮັດ​ວຽກ​ຄັ້ງ​ຕ່າງໆ​ນັ້ນ, ຝ່າຍ ໂມ​ຊຳ​ບີກ ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື ແລະ ຕີ​ລາ​ຄາ​ສູງ​ການ​ພ​ົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ລະ​ຫວ່າງ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ພັກ ​ Frelimo ພ້ອມ​ທັງ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ການ​ຊ່ວຍ​ເຫລືອ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ໃນ​ວຽກ​ງານ​ບຳ​ລຸງ​ສ້າງ​ພະ​ນັກ​ງານ​ການ​ເມືອງ ແລະ ພະ​ນັກ​ງານ​ຫລັກ​ແຫລ່ງ​ຂອງ​ພັກ Frelimo ກໍ​ຄື​ບັນ​ດາ​ການ​ຫນູນ​ຊ່ວຍ​ຕັ້ງ​ຫນ້າ​ຂອງ​ຫວຽດ​ນາມ​ໃນ​ຂົງ​ເຂດ​ກະ​ສິ​ກຳ ແລະ ໂທ​ລະ​ຄົມ​ມະ​ນາ​ຄົມ.
      ສ່ວນ​ທ່ານ ຫງວຽນ​ວັນ​ບີງ ໄດ້​ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​​ບາດ​ກ້າວພັດ​ທະ​ນາ​ຢ່າງ​ຕັ້ງ​ຫນ້າ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ນັບ​ມື້​ນັບ​ເລິ​ກ​ເຊິ່ງກວ້າງ​ຂວາງ​ລະ​ຫວ່າງ ຫວຽດ​ນາມ ແລະ ໂມ​ຊຳ​ບີກ. ທ່ານ ຫງວ​ຽນ​ວັນ​ບີງ ຖື​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ພັກ ຄວນ​ເພີ່ມ​ທະ​ວີ​ວຽກ​ງານ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ການ​ຄ້າ ລະ​ຫວ່າງ​ສອງ​ປະ​ເທດ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top