• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ມີຄວາມຫວັງຢາກມີການເຈລະຈາກັບ ສປປ.ເກົາຫຼີ ຕື່ມອີກໂດຍໄວ

      ຕາມທ່ານ Mike Pompeo ແລ້ວ, ເຖິງວ່າກອງປະຊຸມດັ່ງກ່າວບໍ່ບັນລຸໄດ້ໝາກຜົນຄືດັ່ງຄວາມຫວັງກໍ່ຕາມ, ແຕ່ທັງສອງຝ່າຍກໍ່ບັນລຸໄດ້ບາດກ້າວຕ່າງໆ ແລະ ໃນປັດຈຸບັນທັງສອງຝ່າຍຍັງມີຫຼາຍວຽກທີ່ຕ້ອງປະຕິບັດ.

ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo(ພາບ: CNBC)
      ວັນທີ 4 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ສະແດງຄວາມປາດຖະໜາວ່າ ອາເມລິກາ ຈະສົ່ງຄະນະປະຕິບັດງານໄປຍັງ ສປປ.ເກົາຫຼີ ໃນຊຸມອະທິດຈະມາເຖິງ, ພາຍຫຼັງສິ້ນສຸດກອງປະຊຸມສຸດຍອດຄັ້ງທີ ສອງ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີຢູ່ ຫວຽດນາມ ເຊິ່ງບໍ່ບັນລຸໄດ້ຂໍ້ຕົກລົງໃດໆ.
        . ໃນຖານະຕຳແໜ່ງແມ່ນນັກການທູດແຖວໜ້າຂອງ ອາເມລິກາ, ທ່ານ ມີຄວາມຫວັງວ່າ ສາມາດເກ້ຍກ່ອມ ສປປ.ເກົາຫຼີ ປ່ຽນແປງທັດສະນະທີ່ວ່າ ອາວຸດນິວເຄຼຍເປັນສີ່ງພຽງຢ່າງດຽວເພື່ອຮັບປະກັນຄວາມໝັ້ນຄົງໃຫ້ແກ່ປະເທດນີ້.
 (ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top