• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຫວັງວ່າ ຈະນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຫວຽດນາມ - ສະຫະພັນ ລັດເຊຍ ຂຶ້ນສູ່ລະດັບໃໝ່

      ທ່ານ ຫງວຽນຊວັນຟຸກ ຢັ້ງຢືນວ່າ ດ້ວຍຄວາມສຳຄັນຂອງການພົວພັນທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ລະຫວ່າງ ຫວຽດນາມ - ສະຫະພັນລັດເຊຍ, ການຢ້ຽມຢາມຄັ້ງນີ້ ສະແດງໃຫ້ເຫັນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຖືການພົວພັນລະຫວ່າງ ຫວຽດນາມ - ລັດເຊຍ ກໍ່ຄືກັບທ່ານປະທານາທິບໍດີ Vladimir Putin ເປັນສຳຄັນຍິ່ງ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕອບສຳພາດຕໍ່ສຳນັກຂ່າວສານ Sputnik
(ພາບ: Sputnik)
      ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສະຫະພັນລັດເຊຍ Vladimir Putin, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການໃນລະຫວ່າງວັນທີ 29 ພະຈິກ ຫາ ວັນທີ 2 ທັນວາ. ນີ້ແມ່ນການຢ້ຽມຢາມ ສະຫະພັນລັດເຊຍຢ່າງເປັນທາງການ ຄັ້ງທຳອິດໃນຂອບເຂດການປະຕິບັດງານຢູ່ ເອີລົບ ແລະ ກໍ່ແມ່ນຄັ້ງທຳອິດ ໃນຖານະທ່ານຫງວຽນຊວັນຟຸກ ເປັນປະທານປະເທດ ຄົນໃໝ່.
      ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ Sputnik ກ່ອນການຢ້ຽມຢາມ ສະຫະພັນລັດເຊຍ ຄັ້ງນີ້, ທ່ານປະທານປະເທດ ຫງວຽນຊວັນຟຸ ໄດ້ເນັ້ນໜັ້ກເຖິງ ໄລຍະ 71 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ສະຫະພັນລັດເຊຍ, ແລະ ການຕັດສິນເລືອກເອົາ ສະຫະພັນ ລັດເຊຍ ແມ່ນໜຶ່ງໃນບັນດາປະເທດໄປຢ້ຽມຢາມທຳອິດໃນຖານະແມ່ນປະທານປະເທດ ຫວຽດນາມ. ທ່ານ ຫງວຽນຊວັນຟຸກ ຢັ້ງຢືນວ່າ ດ້ວຍຄວາມສຳຄັນຂອງການພົວພັນທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ລະຫວ່າງ ຫວຽດນາມ - ສະຫະພັນລັດເຊຍ, ການຢ້ຽມຢາມຄັ້ງນີ້ ສະແດງໃຫ້ເຫັນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຖືການພົວພັນລະຫວ່າງ ຫວຽດນາມ - ລັດເຊຍ ກໍ່ຄືກັບທ່ານປະທານາທິບໍດີ Vladimir Putin ເປັນສຳຄັນຍິ່ງ.
      ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍ່ເຊື່ອໝັ້ນວ່າ ດ້ວຍຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຂອງ ທັງສອງຝ່າຍ, ການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການຄັ້ງນີ້ ຈະປະກອບສ່ວນສ້າງກຳລັງໜູນ, ບຸກທະລຸໃໝ່ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ເລິກເຊິ່ງກ່ວາອີກ, ຕອບສະໜອງຜົນປະໂຫຍດຢ່າງແທ້ຈິງ ຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ພ້ອມກັນພັດທະນາ, ວັດທະນາຖາວອນ ຂອງພາກພື້ນ ແລະ ໃນໂລກ.
 (ແຫຼ່ງຄັດຈາກ VOV)
 

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top