• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດຫວຽດນາມຮຽກຮ້ອງໃຫ້ APEC ລົງທຶນການພັດທະນາຂຽວຢູ່ ຫວຽດນາມ

      ເພື່ອປະຕິບັດບັນດາເປົ້າໝາຍການເຕີບໂຕ, ພັດທະນາຂຽວ, ຍືນຍົງ, ທ່ານປະທານປະເທດ ຫວຽດນາມຫງວຽນຊວັນຟຸກໄດ້ເນັ້ນໜັກເຖິງພາລະບົດບາດຂອງວິສາຫະກິດ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ (ພາບ: baoquocte.vn)
      ໂດຍໄດ້ຮັບຄຳເຊີນຂອງທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern, ຕອນເຊົ້າວັນທີ 11 ພະຈິກ, ທ່ານປະທານປະເທດຫວຽດນາມຫງວຽນຊວັນຟຸກໄດ້ເລີ່ມຕົ້ນເຂົ້າຮ່ວມກອງປະຊຸມສຸດຍອດ APEC ຄັ້ງທີ 28 ໃນລະຫວ່າງວັນທີ 11 ຫາ 12 ພະຈິກແບບທາງໄກ. ໃນວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ກໍໄດ້ສົ່ງສານທີ່ໄດ້ອັດພາບໄວ້ກ່ອນນີ້ໄປຍັງກອງປະຊຸມສຸດຍອດວິສາຫະກິດ APEC.
            ເພື່ອປະຕິບັດບັນດາເປົ້າໝາຍການເຕີບໂຕ, ພັດທະນາຂຽວ, ຍືນຍົງ, ທ່ານປະທານປະເທດ ຫວຽດນາມຫງວຽນຊວັນຟຸກໄດ້ເນັ້ນໜັກເຖິງພາລະບົດບາດຂອງວິສາຫະກິດ. ໃນນັ້ນ, ທ່າອຽງພັດທະນາກັບການປ່ອຍອາຍກາກບອນໃນລະດັບຕ່ຳ, ການເຕີບໂຕຂຽວກໍ່ແມ່ນໂອກາດເພື່ອປ່ຽນແປງ, ຍົກສູງກຳລັງແກ່ງແຍ້ງ, ພັດທະນາແບບຍືນຍົງຂອງວິສາຫະກິດ.
            ຫວຽດນາມໃຫ້ຄຳໝັ້ນສັນຍາວ່າຈະມີການກະທຳຢ່າງຂ້ຽວຂາດເພື່ອຫັນປ່ຽນຮູບແບບເສດຖະກິດເປັນການເຕີບໂຕຂຽວແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງຮອບດ້ານ. ໃນນັ້ນ, ຖືເອົາມະນຸດເປັນໃຈກາງໃນການພັດທະນາຂຽວໂດຍອີງຕາມລະບອບລະບຽບການແລະການບໍລິຫານທີ່ທັນສະໄໝ, ວິທະຍາສາດແລະເຕັກໂນໂລຊີກ້າວໜ້າ, ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງແລະປາດຖະໜາຢາກຮ່ວມມືກັບສະມາຊິກຂອງ APEC, ວິສາຫະກິດແລະຄູ່ຮ່ວມມືສາກົນເພື່ອປະຕິບັດວິວັດການນີ້ໃຫ້ປະສົບຜົນສຳເລັດ.
            “ໄປຄຽງຄູ່ກັບການສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຫວຽດນາມກໍ່ໄດ້ສ້າງກົນໄກບຸລິມະສິດ ແກ່ບັນດາວິສາຫະກິດຍາດແຍ່ງໂອກາດເຂົ້າຮ່ວມການສະໜອງຜະລິດຕະພັນບໍລິການຂຽວສ້າງລະບອບລະບຽບການນະໂຍບາຍກ່ຽວກັບການພັດທະນາເສດຖະກິດຂຽວໃຫ້ສົມບູນແບບປ່ຽນແປງໃໝ່ປະດິດຄິດສ້າງເຂດອຸດສາຫະກຳຊີວະພາບບັນດານະໂຍບາຍນີ້ພ້ອມກັບຕະຫຼາດທີ່ມີປະຊາກອນ 100ລ້ານຄົນແລະເຄືອຂ່າຍ    ກວ້າງຂວາງຂອງສັນຍາການຄ້າເສລີ 14ສະບັບທີ່ ຫວຽດນາມ ໄດ້ເຂົ້າຮ່ວມແມ່ນກາລະໂອກາດເງື່ອນໄຂສະດວກໃຫ້ແກ່ນັກລົງທຶນສາກົນເຂົ້າມາລົງທຶນຢູ່ ຫວຽດນາມເພື່ອຮ່ວມມືນຳກັນແບ່ງປັນຜົນປະໂຫຍດແລະ ພັດທະນາແບບຍືນຍົງຜົນສຳເລັດຂອງພວກເພື່ອນກໍແມ່ນຜົນສຳເລັດຂອງພວກຂ້າພະເຈົ້າ.
            ຕາມລາຍການໃນຕອນແລ່ງວັນທີ 11 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຈະເຂົ້າຮ່ວມການໂອ້ລົມສົນທະນາລະຫວ່າງການນຳບັນດາພື້ນຖານເສດຖະກິດ APEC ກັບ ສະພາໃຫ້ຄຳປຶກສາດຳເນີນທຸລະກິດ APEC. ວັນທີ 12 ພະຈິກ, ທ່ານປະທານປະເທດ ຫວຽດນາມຈະເຂົ້າຮ່ວມກອງປະຊຸມບັນດາການນຳເສດຖະກິດອາຊີ - ປາຊິຟິກຄັ້ງທີ 28.
(ແຫຼ່ງຄັດຈາກ VOV)

ນາ​ຍົກລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຮຽກ​ຮ້ອງ​ການ​ແຂ່ງ​ຂັນ​ຕ້ອນ​ເລີ່ມ​ມາ​ຈາກ​ ລົມ​ຫາຍ​ໃຈ​ໃນ​ການ​ດຳ​ລົງ​ຊີ​ວິດ, ຖື​ຜະ​ລິດ​ຕະ​ພັນ​ສົ້ນ​ອອກ​ເປັນ​ໄມ້​ວັດ

ນາ​ຍົກລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຮຽກ​ຮ້ອງ​ການ​ແຂ່ງ​ຂັນ​ຕ້ອນ​ເລີ່ມ​ມາ​ຈາກ​ ລົມ​ຫາຍ​ໃຈ​ໃນ​ການ​ດຳ​ລົງ​ຊີ​ວິດ, ຖື​ຜະ​ລິດ​ຕະ​ພັນ​ສົ້ນ​ອອກ​ເປັນ​ໄມ້​ວັດ

ຢູ່ກ​ອ​ງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເນັ້ນ​ໜັກ​ວ່າ ຈິດ​ໃຈ​ແຂ່ງ​ຂັນ​ຕ້ອງ​ເລີ່ມ​ມາຈາກ ລົມ​ຫາຍ​ໃຈ​ໃນ​ການ​ດຳ​ລົງ​ຊີ​ວິດ”, ຖື​ຜະ​ລິດ​ຕະ​ພັນ​ແມ່ນ​ໄມ້​ວັດ​ແທກ.

Top