• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີໄຂສົກຮຽນໃໝ່ ແລະ ເຮັດວຽກກັບການນຳແຂວງ ອຽນບ໊າຍ

ຕອນເຊົ້າວັນທີ 7 ກັນຍາ, ຢູ່ນະຄອນຫຼວງອຽນບ໊າຍ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ ຢູ່ໂຮງຮຽນມັດທະຍົມຕອນປາຍກິນນອນຊົນເຜົ່າ ແຂວງອຽນບ໊າຍ.
ທ່ານປະທານປະເທດ ຫງວຽນຊວັນຟຸກ  ເຂົ້າຮ່ວມພິທີໄຂສົກຮຽນໃໝ່ ແລະ ເຮັດວຽກກັບການນຳແຂວງ ອຽນບ໊າຍ

ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາສູງເລື່ອງ ແຂວງ ອຽນບ໊າຍ ແມ່ນແຂວງທຳອິດ ນຳດັດຊະນີຄວາມຜາສຸກ ເຂົ້າໃນເອກະສານ ກອງປະຊຸມໃຫຍ່ຄະນະພັກແຂວງ ແລະ ຈາກນັ້ນແມ່ນຜັນຂະຫຍາຍການທົດລອງຮູບແບບ “ໂຮງຮຽນແຫ່ງຄວາມຜາສຸກ” ໃນບໍລິເວນ. ທ່ານປະທານສະພາແຫ່ງຊາດຮຽກຮ້ອງໃຫ້ຂະແໜງການສຶກສາ ແລະ ບຳລຸງສ້າງທົ່ວປະເທດ, ພ້ອມແລ້ວທີ່ຈະປ່ຽນແປງສະພາບການເພື່ອຮັບມືກັບຜົນກະທົບຫຍໍ້ທໍ້ຈາກໂລກລະບາດໂຄວິດ - 19, ທ່ານກໍ່ເນັ້ນໜັກວ່າ: ຍິ່ງຫຍຸ້ງຍາກລຳບາກ ບັນດາຄູສອນ ແລະ ນັກຮຽນໃນທົ່ວປະເທດ ຍິ່ງຕ້ອງມີຄວາມຕັດສິນໃຈມີຄວາມມານະພະຍາຍາມກ່ວາອີກ ເພື່ອຮັບປະກັນຄວາມປອດໄພ, ຄຸນນະພາບ ໃນການສິດສອນ ແລະ ການຮຽນຂອງລະບົບການສຶກສາ.

ແລະກໍ່ໃນຕອນເຊົ້າວັນທີ 7 ກັນຍາ, ເມືື່ອເຮັດວຽກກັບການນຳຫຼັກແຫຼ່ງແຂວງອຽນບ໊າຍ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ແຂວງ ອຽນບ໊າຍຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນເພື່ອພັດທະນາ, ເປັນຕົ້ນແມ່ນຊັບພະຍາກອນປ່າ, ທີ່ດິນ ແລະ ປະຊາຊົນຂອງແຂວງ. ທ່ານກ່າວວ່າ:

ຂ້າພະເຈົ້າສະເໜີໃຫ້ ແຂວງ ອຽນບ໊າຍ ປະຕິບັດນະໂຍບາຍຮັບປະກັນຊີວິດໃຫ້ແກ່ປະຊາຊົນເປັນຢ່າງດີ ຈາກມີຄວາມອີ່ມໜຳສຳລານ, ມີຂອງກິນຢ່າງພຽງພໍ ກາຍເປັນມີເງິນມີຄຳ, ຮັ່ງມີ, ວັດທະນາຖາວອນ. ດັ່ງນັ້ນ ຊຸດດັດຊະນີຜາສຸກ ເຊິ່ງ ກອງປະຊຸມໃຫຍ່ຄັ້ງທີ XIX ຊຶ່ງແຂວງ ຍົກອອກມາໄດ້ຮັບການສ້າງໂດຍໄວ. ເປັນຕົ້ນແມ່ນ ໃຫ້ປະຊາຊົນສຳຜັດກັບການສຶກສາທີ່ມີຄຸນນະພາບ ແລະ ບັນດາການບໍລິການເບິ່ງແຍງທາງສາທາລະນະສຸກໂດຍພື້ນຖານ, ພິເສດແມ່ນປະຊາຊົນຊົນເຜົ່າສ່ວນໜ້ອຍ. ຢາກປັບປຸງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນເຂດຊົນເຜົ່າ, ເຂດທຸກຍາກ ຕ້ອງປັບປຸງຄວາມຮູ້ຂອງປະຊາຊົນ ຜ່ານການສຶກສາບຳລຸງສ້າງແມ່ນສຳຄັນທີ່ສຸດ. ຖັດຈາກນັ້ນແມ່ນ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ.

ທ່ານປະທານປະເທດ ຮຽກຮ້ອງໃຫ້ແຂວງອຽນບ໊າຍ ມີຄວາມເອົາໃຈໃສ່ເຖິງການປະຕິບັດບັນດານະໂຍບາຍໃຫ້ແກ່ປະຊາຊົນ, ພັດທະນາແຫຼ່ງກຳລັງມະນຸດທີ່ສະໜິດຕິດພັນກັບການຮັກສາວັດທະນະທຳທີ່ເປັນມູນເຊື້ອຂອງບັນດາເຜົ່າໃນບໍລິເວນແຂວງ.

ແລະກໍ່ໃນຕອນບ່າຍວັນທີ 7 ກັນຍາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ລົງຢ້ຽມຢາມ, ໂອ້ລົມສົນທະນາ, ລະດົມກຳລັງໃຈຄູອາຈານ ແລະ ນັກຮຽນໂຮງຮຽນມັດທະຍົມຕອນປ່າຍ ວິ໋ງຟຸກ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາສູງ ແຂວງ ວິງຟຸກ ມີຄວາມເອົາໃຈໃສ່ລົງທຶນ ໃຫ້ແກ່ຂົງເຂດການສຶກສາ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ນັ້ນແມ່ນພື້ນຖານເພື່ອໃຫ້ ວິງຟຸກ ພັດທະນາຢ່າງແຮງກ່ວາອີກໃນອະນາຄົດ.

(ແຫຼ່ງຄັດຈາກ VOV)


ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top