• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວນຟຸກ ເປັນປະທານກອງປະຊຸມສຸດຍອດ ຂອງ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ

ວັນທີ 19 ເມສາ, ໂດຍຖານະທີ່ເປັນປະທານສະພາຄວາມໝັ້ນຄົງ ສະຫະປະຊາຊາດ ເດືອນ ເມສາ 2021, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມສຸດຍອດຂອງ ສະພາຄວາມໝັ້ນຄົງ ກ່ຽວກັບຫົວຂໍ້ “ເພີ່ມທະວີການຮ່ວມມືລະຫວ່າງ ສປຊ ແລະ ບັນດາອົງການໃນພາກພື້ນໃນການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການສົນທະນາໃນການສະກັດກັ້ນ, ແກ້ໄຂການປະທະກັນ” ຕາມຮູບແບບທາງອອນລາຍ ແລະ ຖ່າຍທອດສົດ ຢູ່ ຮ່າໂນ້ຍ.

ທ່ານປະທານປະເທດ ຫງວຽນຊວນຟຸກ ກ່າວປາໄສທີ່ກອງປະຊຸມ. ພາບ: ຖົ໋ງເຍີດ/VNA

 

ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້ ມີທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres, ອະດີດ ເລຂາທິການໃຫຍ່ ສະຫະປະຊາຊາດ Ban Ki-moon, ການນຳຂັ້ນສູງ ແລະ ຜູ້ຕາງໜ້າຂອງ 15 ປະເທດ ທີ່ເປັນສະມາຊິກ ສະພາຄວາມໝັ້ນຄົງ, ພ້ອມກັບ 5 ອົງການດີເດັ່ນຢູ່ບັນດາພາກພື້ນ.

ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ບັນດາທ່ານຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ. ພາບ: ຖົ໋ງເຍີດ/VNA
 
ນີ້ແມ່ນຄັ້ງທຳອິດທີ່ການນຳຂັ້ນສູງຂອງ ຫວຽດນາມ ໄດ້ເປັນປະທານກອງປະຊຸມຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ. ສິ່ງດັ່ງກ່າວ ສະແດງໃຫ້ເຫັນການກຳນົດທິດ, ວິໄສທັດ ແລະ ຄວາມປາຖະໜາຕໍ່ການພັດທະນາ, ແນວທາງພົວພັນກັບຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື, ມິດຕະພາບຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ; ຢັ້ງຢືນຖານະບົດບາດ, ຄຳໝັ້ນສັນຍາ ແລະ ການປະກອບສ່ວນມີຄວາມຮັບຜິດຊອບຂອງ ຫວຽດນາມ ຕໍ່ລັດທິຫຼາຍຝ່າຍ, ສະຫະປະຊາຊາດ ແລະ ບັນດາຄວາມມານະພະຍາຍາມເພື່ອສັນຕິພາບ, ການພັດທະນາໃນໂລກ.  
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມສຸດຍອດຂອງ ສະພາຄວາມໝັ້ນຄົງ ກ່ຽວກັບຫົວຂໍ້ “ເພີ່ມທະວີການຮ່ວມມືລະຫວ່າງ ສປຊ ແລະ ບັນດາອົງການໃນພາກພື້ນໃນການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການສົນທະນາໃນການສະກັດກັ້ນ, ແກ້ໄຂການປະທະກັນ”. ພາບ: ຖົ໋ງເຍີດ/VNA
ປະຕິບັດ: VNA/VNP
 
 
 
 

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top