• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕ້ອນຮັບທີ່ປຶກສາແຫ່ງລັດ ມຽນມາ

ຕອນເຊົ້າວັນທີ 13 ກັນຍາ, ທີ່ທໍານຽບປະທານປະເທດຫວຽດນາມ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງລັດ ມຽນມາ, ເນື່ອງໃນໂອກາດມາເຂົ້າຮ່ວມກອງປະຊຸມ ເວທີປາໄສເສດຖະກິດໂລກ ກ່ຽວກັບອາຊຽນ 2018 (WEF ASEAN) ຢູ່ຫວຽດນາມ.

ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ຕ້ອນຮັບທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງລັດ ມຽນມາ

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ສະເໜີສອງປະເທດ ສຸມໃສ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຂັ້ນຕ່າງໆ ແລະ ບັນດາກົນໄກຮ່ວມມື; ລົງນາມໃນໂຄງການດໍາເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງຫວຽດນາມ - ມຽນມາ ໃນໄລຍະ 2018 – 2023  ໂດຍໄວ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ກໍຖືວ່າ: ສອງປະເທດຄວນສືບຕໍ່ສູ້ຊົນເພີ່ມວົງເງິນການຄ້າສອງຝ່າຍ ແລະ ບັນລຸຄາດໝາຍ ໃຫ້ໄດ້ໜຶ່ງຕື້ USD ໃນໄລຍະໄວທີ່ສຸດ; ພ້ອມກັນນັ້ນ, ກໍຊຸກຍູ້ການລົງນາມ ບັນດາຂໍ້ຕົກລົງຮ່ວມມືໃນບັນດາຂົງເຂດ ກະສິກໍາ - ເຄື່ອງປ່າຂອງດົງ - ການປະມົງ, ການຄົມມະນາຄົມຂົນສົ່ງ, ຕຸລາການ, ປ້ອງກັນອາດຊະຍາກໍາ... ທ່ານປະທານປະເທດ ເຈິ່ນດ້າຍກວາງ ສະແດງຄວາມປາດຖະໜາວ່າ ທ່ານນາງ Aung San Suu Kyi ແລະ ລັດຖະບານ ມຽນມາ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຫວຽດນາມ ລົງທຶນ, ດໍາເນີນທຸລະກິດຢູ່ມຽນມາ.

        ສ່ວນ ທ່ານນາງ Aung San Suu Kyi ໃຫ້ຮູ້ວ່າ ມຽນມາ ປາດຖະໜາຢາກຮ່ວມມືກັບຫວຽດນາມ ໃນຂົງເຂດເສດຖະກິດ, ການສຶກສາ ແລະ ຊຸກຍູ້ການພົບປະແລກປ່ຽນລະຫວ່າງລຸ້ນໜຸ່ມສອງປະເທດ, ພ້ອມກັນນັ້ນ, ສອງປະເທດ ກໍຄວນເພີ່ມທະວີການພົວພັນຮ່ວມມືລະຫວ່າງນະຄອນ ກັບບັນດາທ້ອງຖິ່ນສອງປະເທດ. ທ່ານນາງ Aung San Suu Kyi ປາດຖະໜາຢາກຕ້ອນຮັບ ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄປຢ້ຽມຢາມມຽນມາ ໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top