• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບນະຄອນ ຮ່າໂນ້ຍ

      ໃນການເກີດໂລກລະບາດຮອບທີ 4 ນີ້, ຮ່າໂນ້ຍ ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ 19 ລວມ 681 ຄົນ.
(ພາບ:cand.com.vn)
          ຕອນເຊົ້າວັນທີ 19 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຮັດວຽກກັບນະຄອນ ຮ່າໂນ້ຍ ກ່ຽວກັບວຽກງານປ້ອງກັນ ຕ້ານໂລກລະບາດໂຄວິດ 19; ສະພາບພັດທະນາເສດຖະກິດ-ສັງຄົມ ໃນ 6 ເດືອນຕົ້ນປີ ແລະ ບັນດາໜ້າທີ່, ມາດຕະການຊຸກຍູ້ການຜະລິດດຳເນີນທຸລະກິດໃນຊຸມເດືອນທ້າຍປີ 2021.
ເມື່ອລາຍງານກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່ຽວກັບວຽກງານປ້ອງກັນ ຕ້ານໂລກລະບາດໂຄວິດ 19, ທ່ານປະທານຄະນະກຳມະການ ປຊຊ ນະຄອນ ຮ່າໂນ້ຍ ຈູງອກແອັງ ໃຫ້ຮູ້ວ່າ: ໃນການເກີດໂລກລະບາດຮອບທີ 4 ນີ້, ຮ່າໂນ້ຍ ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ 19 ລວມ 681 ຄົນ. ເຖິງວ່າ ສະພາບໂລກລະບາດຍັງມີການຜັນແປຢ່າງສັບສົນກໍ່ຕາມ ແຕ່ໃນ 6 ເດືອນຕົ້ນປີ 2021, ລະດັບການເຕີບໂຕເສດຖະກິດ-ສັງຄົມຂອງ ຮ່າໂນ້ຍ ຍັງບັນລຸລະດັບ 5,91%, ສູງກ່ວາທົບຫຼາຍເທົ່າເມື່ອທຽບກັບໄລຍະດຽວກັນຂອງປີ 2020 ຄື 2,92%.
ສະຫລຸບວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ສຸມໃສ່ 3 ໜ້າທີ່ບຸລິມະສິດອັນຮີບດ່ວນໃນປະຈຸບັນ ນັ້ນຄື ຕ້ອງຮັບມືຢ່າງຂ້ຽວຂາດ, ແຮງ ແລະ ບັນລຸປະສິດທິຜົນກ່ວາ ດ້ວຍເປົ້າໝາຍຕົ້ນຕໍແມ່ນປົກປ້ອງ ແລະ ເອົາໃຈໃສ່ເບິ່ງແຍງສຸຂະພາບຂອງ ປຊຊ:
   ໃນຈຸດເວລານີ້, ຂ້າພະເຈົ້າສະເໜີໃຫ້ຕ້ອງບຸລິມະສິດອັນດັບ 1 ແລະ ພວກເຮົາຕ້ອງຮັກສາໃຫ້ນະຄອນຫຼວງ ບໍ່ໃຫ້ໂລກລະບາດແຜ່ຂະຫຍາຍອອກສູ່ວົງກ້ວາງ. ບ່ອນໃດປອດໄພ ຈຶ່ງຈັດຕັ້ງການຜະລິດດຳເນີນທຸລະກິດໃຫ້ເປັນຢ່າງດີ. ແຕ່ບຸລິມະສິດອັນດັບ 1 ແມ່ນການປ້ອງກັນ ແລະ ຕ້ານໂລກລະບາດ. 
(ແຫຼ່ງຄັດຈາກ VOV)

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງເອກະສານຕີລາຄາ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ 2021 – 2030” ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIVຂອງພັກ, ໃຫ້ຂໍສັງເກດວ່າ: ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ໂລກລະບາດ, ໄພທຳມະຊາດເກີດຂຶ້ນຢ່າງວຸ້ນວາຍ, ພື້ນຖານເສດຖະກິດຫວຽດນາມໃນໄລຍະ 5 ປີ 2021 – 2025 ຍັງບັນລຸໄດ້ບັນດາໝາກຜົນສຳຄັນແລະພົ້ນເດັ່ນ. ບັນດາໝາກຜົນຮອບດ້ານນັ້ນແມ່ນກຳລັງໜູນເພື່ອໃຫ້ຫວຽດນາມປະຕິບັດເປົ້າໝາຍການເຕີບໂຕບັນລຸລະດັບ 2 ຕົວເລກໃນໄລຍະ 2026 – 2030 ແລະກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045.

Top