• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຜ່ານທາງອອນລາຍທົ່ວປະເທດກ່ຽວກັບການຜັນຂະຫຍາຍ EVFTA

      ຕອນເຊົ້າວັນທີ 06 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຜ່ານທາງອອນລາຍທົ່ວປະເທດກ່ຽວກັບການຜັນຂະຫຍາຍແຜນການປະຕິບັດສັນຍາການຄ້າເສລີ  ຫວຽດນາມ - EU.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ທີ່ກອງປະຊຸມ
      ເຂົ້າຮ່ວມຍັງມີການນຳຂອງບັນດາອົງການພັກ, ສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງ, ທ້ອງຖິ່ນ, ບັນດາເອກອັກຄະລັດຖະທູດ ແລະ ຫົວໜ້າຄະນະຜູ້ຕາງໜ້າຂອງບັນດາປະເທດ EU, ບັນດາສະຫະສະມາຄົມ ແລະ ວິສາຫະກິດດີເດັ່ນຂອງ ຫວຽດນາມ ແລະ EU.
            ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມຫງວຽນຊວັນຟຸກ ຕີລາຄາວ່າ ສັນຍາການຄ້າເສລີ  ຫວຽດນາມ - EU ມີປະກອບສ່ວນ 3.25% ໃຫ້ແກ່ການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນໄລຍະ 5 ປີທຳອິດ; ເພີ່ມຂຶ້ນ 5% ໃນ 5 ປີຕໍ່ໄປ ແລະ 7% ໃນ 5 ປີ ຫຼັງຈາກນັ້ນ.
            ເພື່ອຮັບປະກັນການປະຕິບັດສັນຍາໃຫ້ຄົບຖ້ວນ, ຄົບຊຸດ ແລະ ມີປະສິດທິຜົນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ປະກາດໃຊ້ແຜນການປະຕິບັດສັນຍາຂອງລັດຖະບານດ້ວຍ 5 ກຸ່ມເນື້ອໃນໃຫຍ່ລວມມີ: ທີ 1 ແມ່ນວຽກງານໂຄສະນາ, ເຜີຍແຜ່ຂໍ້ມູນກ່ຽວກັບສັນຍາການຄ້າເສລີ  ຫວຽດນາມ - EU ແລະ ຕະຫຼາດຂອງບັນດາປະເທດ EU; ທີ 2 ແມ່ນວຽກງານສ້າງກົດໝາຍ, ລະບອບລະບຽບການ; ທີ 3 ແມ່ນບັນດາມາດຕະການຍົກສູງກຳລັງຄວາມສາມາດແກ່ງແຍ້ງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ; ທີ 4 ແມ່ນແຜນນະໂຍບາຍ ແລະ ນະໂຍບາຍສຳລັບອົງການກຳມະບານ ແລະ ບັນດາອົງການຂອງຜູ້ອອກແຮງງານຢູ່ຮາກຖານວິສາຫະກິດ; ທີ 5 ແມ່ນນະໂຍບາຍຮັບປະກັນຊີວິດສັງຄົມ, ປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາແບບຍືນຍົງ. ທ່ານກ່າວວ່າ: 
            Eu ຍາມໃດກໍ່ແມ່ນຕະຫຼາດທີ່ມີຄວາມຮຽກຮ້ອງຄຸນນະພາບ ແລະ ມາດຕະຖານສູງສຳລັບສິນຄ້າ, ການບໍລິການ. ດັ່ງນັ້ນ, ສັນຍາການຄ້າເສລີຫວຽດນາມ - EU ໄດ້ສ້າງກາລະໂອກາດໃຫ້ຫວຽດນາມ ປ່ຽນແປງຮູບແບບການເຕີບໂຕ, ຊຸກຍູ້ບັນດາວິສາຫະກິດຫວຽດນາມຍົກລະດັບຕົນເອງ ປະຕິບັດບັນດາລະບຽບການໃໝ່ທີ່ຍາກກ່ວາເພື່ອລົງເລິກກ່ວາ, ບືນຕົວຂຶ້ນສູ່ບັນດາຂັ້ນຕອນທີ່ມີມູນຄ່າສູງກ່ວາໃນລະບົບສະໜອງ, ຈຳໜ່າຍຂອງ EU ແລະ ທົ່ວໂລກ. ສິ່ງດັ່ງກ່າວນີ້ມີຄວາມໝາຍສຳຄັນສຳລັບຫວຽດນາມໃນສະພາບການທີ່ມີກຸ່ມວິສາຫະກິດຂະໜາດໃຫຍ່ຂອງ Eu ຫຼາຍແຫ່ງພວມຫັນທິດການລົງທຶນ, ຫັນລະບົບສະໜອງການຜະລິດສິນຄ້າເປັນຫຼາຍຮູບຫຼາຍແບບ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top