• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຟຸກ ​ເປັນ​ປະທານ​ກອງ​ປະຊຸມ​ສະພາ​ທີ່​ປຶກສາ​ກ່ຽວກັບ​ນະ​ໂຍບາຍ​ການ​ເງິນ - ​ເງິນຕາ​ແຫ່ງ​ຊາດ

ຕອນເຊົ້າວັນທີ 25 ກຸມພາ, ຢູ່ສໍານັກງານລັດຖະບານ, ກ່າວຄໍາເຫັນທີ່ກອງປະຊຸມ ກັບ ສະພາທີ່ປຶກສານະໂຍບາຍການເງິນ-ເງິນຕາແຫ່ງຊາດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ປະທານສະພາ ມີຄວາມປາດຖະໜາຢາກຮັບຟັງບັນດາຄໍາເຫັນສຸດຈິດສຸດໃຈຂອງບັນດາສະມາຊິກໃນສະພາກ່ຽວກັບບັນດາມາດຕະການຕ້ານການຊຸດໂຊມຂອງພື້ນຖານເສດຖະກິດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາຜົນກະທົບຈາກໂລກລະບາດ Covid – 19 ທີ່ເກີດຂຶ້ນໃນທົ່ວໂລກ ໄດ້ເຮັດໃຫ້ບັນດາອົງການຄືທະນາຄານໂລກ, ກອງທຶນເງິນຕາສາກົນ ໄດ້ຕີລາຄາວ່າ ເສດຖະກິດຂອງຫຼາຍປະເທດຖືກຊຸດໂຊມລົງ, ໃນນັ້ນ ຫຼາຍປະເທດມີສາຍພົວພັນດ້ານເສດຖະກິດ, ການຄ້າຢ່າງສະໜິດແໜ້ນກັບຫວຽດນາມ, ເຊິ່ງໄດ້ເຮັດໃຫ້ລະບົບການຜະລິດ, ການຄ້າຖືກຂາດວັກຂາດຕອນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ: ນອກຈາກບັນຫາສະກັດກັ້ນການຊຸດໂຊມຂອງພື້ນຖານເສດຖະກິດແລ້ວ, ຫວຽດນາມ ຕ້ອງບຸລິມະສິດຊີ້ນໍາສະກັດກັ້ນການແຜ່ລະບາດຂອງໂລກລະບາດ Covid – 19  ເພື່ອບໍ່ສົ່ງຜົນສະທ້ອນເຖິງສຸຂະພາບ, ຊີວິດຂອງປະຊາຊົນອີກດ້ວຍ. ສິ່ງດັ່ງກ່າວ ກໍ່ຊ່ວຍຮັກສາທ່າພັດທະນາຂອງເສດຖະກິດຫວຽດນາມ ເພື່ອປະຕິບັດເປົ້າໝາຍ ເຊິ່ງກົມການເມືອງ, ເລຂາທິການໃຫຍ່ ແລະ ສະພາແຫ່ງຊາດໄດ້ມອບໝາຍໃຫ້. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

        “ສະພາໄດ້ເຫັນດີເປັນເອກະພາບຄວນສືບຕໍ່ປະຕິບັດສະເໝີຕົ້ນສະເໝີປາຍເປົ້າໝາຍຄວບຄຸມໄພເງິນເຟີ້, ສ້າງເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນຄວາມດຸ່ນດ່ຽງໃຫ້ແກ່ພື້ນຖານເສດຖະກິດ, ສ້າງພື້ນຖານໃຫ້ການພັດທະນາແບບຍືນຍົງ. ປີນີ້, ແຫຼ່ງທຶນ FDI ເຂົ້າ ຫວຽດນາມ ເປັນຈຳນວນຫລວງຫລາຍ, ຄວນປຸກລະດົມຄວາມເຊື່ອໝັ້ນຕໍ່ຕະຫລາດ ເພື່ອໃຫ້ນັກລົງທຶນພາຍໃນປະເທດ ຊຸກຍູ້ການລົງທຶນ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາວ່າບັນດາສະມາຊິກໃນສະພາຈະໄຈ້ແຍກບັນດາຜົນກະທົບຕໍ່ການປະຕິບັດບັນດາເປົ້າໝາຍຂອງປະເທດຊາດໃນປີນີ້, ໂດຍສະເພາະແມ່ນເມື່ອເສດຖະກິດໂລກຖືກຜົນສະທ້ອນ ແລ້ວສົ່ງຜົນກະທົບຕໍ່ຫວຽດນາມ, ໃນຂະນະປະເທດຊາດພວມເຊື່ອມໂຍງຢ່າງເລິກເຊິ່ງ ແລະ ກວ້າງຂວາງກັບພື້ນຖານເສດຖະກິດໂລກ. 

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top