• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ເຂົ້າຮ່ວມພິທີມອບ-ຮັບຜົນງານການເກັບສະສົມ, ຄົ້ນຄວ້າມໍລະດົກວັດທະນະທໍາບໍ່ເປັນວັດຖຸ

ຕອນເຊົ້າວັນທີ 23 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ  ໄດ້ເຂົ້າຮ່ວມພິທີມອບ-ຮັບຜົນງານການເກັບສະສົມ, ຄົ້ນຄວ້າມໍລະດົກວັດທະນະທໍາບໍ່ເປັນວັດຖຸ ໂດຍນັກຄົ້ນຄວ້າວັດທະນະທໍາພື້ນເມືອງ ຫງວຽນຫ໋າຍລຽນ ມອບໃຫ້ສະຖາບັນວັດທະນະທໍາສິລະປະແຫ່ງຊາດຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມສຸດຈິດສຸດໃຈ, ການປະກອບສ່ວນອັນໃຫຍ່ຫຼວງຂອງນັກຄົ້ນຄວ້າ ຫງວຽນຫ໋າຍລຽນ  (ພາບ: TTXVN)

ປີ 1975, ທ່ານ ຫງວຽນຫ໋າຍລຽນ ໄດ້ມີໂອກາດໄປປະຕິບັດງານຢູ່ພາກໃຕ້ ແລະ ໄດ້ຊອກຮູ້, ຄົ້ນຄວ້າກ່ຽວກັບປູຊະນີຍະສະຖານ ແລະ ພື້ນຖານວັດທະນະທໍາຂອງຊາວເຜົ່າ ຈໍາ ແລະ Raglai. ດ້ວຍບັນດາຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງຕົນ, ທ່ານບັນລຸໄດ້ຜົນງານຫຼາຍຢ່າງໃນການຄ້ົນຄວ້າ ແລະ ເກັບສະສົມມໍລະດົກວັດທະນະທໍາບໍ່ເປັນວັດຖຸ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມສຸດຈິດສຸດໃຈ, ການປະກອບສ່ວນອັນໃຫຍ່ຫຼວງຂອງນັກຄົ້ນຄວ້າ ຫງວຽນຫ໋າຍລຽນ ທີ່ມີຕໍ່ພາລະກິດເສີມສ້າງສາງວັດທະນະທໍາບັນດາເຜົ່າຫວຽດນາມໃຫ້ອຸດົມສົມບຸນຂຶ້ນຕື່ມ. ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ໃຫ້ຄໍາໝັ້ນສັນຍາວ່າ ກິດຈະກໍາດັ່ງກ່າວ ຈະສືບຕໍ່ໄດ້ຮັບການລົງທຶນອະນຸລັກຮັກສາ, ພັດທະນາ, ເຜີຍແຜ່ຢ່າງກວ້າງຂວາງ ແລະ ຈະນໍາມາສະແດງໃນໝູ່ປະຊາຊົນໃຫ້ສົມມາພາຄວນ.

(ແຫຼ່ງຄັດຈາກ VOV)

ພິທີຕ້ອນຮັບຢ່າງສົມກຽດ ສະຫາຍ ເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ທີ່ ນະຄອນຫຼວງ ວຽງຈັນ

ພິທີຕ້ອນຮັບຢ່າງສົມກຽດ ສະຫາຍ ເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ທີ່ ນະຄອນຫຼວງ ວຽງຈັນ

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ໄດ້ເປັນປະທານໃນພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ທີ່ ນະຄອນຫຼວງ ວຽງຈັນ.

Top