• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບບັນດານັກລົງທຶນຕ່າງປະເທດ

ຕອນເຊົ້າວັນທີ 11 ຕຸລາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບບັນດານັກລົງທຶນຕ່າງປະເທດທີ່ພວມມີບັນດາການເຄື່ອນໄຫວລົງທຶນຢູ່ ຫວຽດນາມ.

ທີ່ການຕ້ອນຮັບ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ: ຫວຽດນາມ ພວມມີລະດັບຄວາມໄວການເຕີບໂຕສູງ, ບັນດາຕົວເລກດັດຊະນີມະຫາພາກດີທີ່ສຸດ. ຫວຽດນາມ ສືບຕໍ່ສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດສະດວກໃຫ້ແກ່ບັນດານັກລົງທຶນ; ມານະພະຍາຍາມແກ້ໄຂທຸກຄວາມຫຍຸ້ງຍາກ, ສິ່ງຕິດຂັດເພື່ອສ້າງຄວາມສະດວກໃຫ້ແກ່ການດຳເນີນທຸລະກິດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາວ່າ: ບັນດານັກລົງທຶນໄດ້ເອົາໃຈໃສ່ເຖິງຕະຫລາດ ຫວຽດນາມ ໂດຍກົງ, ຕັ້ງໜ້າລົງທຶນຢ່າງແຮງເຂົ້າໃນບັນດາຂົງເຂດ, ໂຄງການເຊິ່ງ ຫວຽດນາມ ພວມມີຄວາມຕ້ອງການຄື: ພື້ນຖານໂຄງລ່າງ, ພະລັງງານ…

        ຕາງໜ້າບັນດານັກລົງທຶນໄດ້ຊົມເຊີຍບັນດາຜົນງານການພັດທະນາເສດຖະກິດ - ສັງຄົມ ເຊິ່ງ ຫວຽດນາມ ບັນລຸໄດ້ໃນສະພາບການເສດຖະກິດໂລກປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ມີການຜັນປ່ຽນສັບສົນ ແລະ ສະແດງຄວາມປະທັບໃຈ ຍ້ອນວ່າ ຫວຽດນາມ ໄດ້ເພີ່ມອັນດັບກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງທົ່ວໂລກ, ຫວຽດນາມ ກໍ່ນອນໃນກຸ່ມບັນດາພື້ນຖານເສດຖະກິດດູດດື່ມເພື່ອລົງທຶນ.

ແລະໃນຕອນບ່າຍວັນທີ 11 ຕຸລາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Choi Joo Ho, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດSamsung ຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກເຖິງບັນດາຜົນງານໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ພວມສືບຕໍ່ພັດທະນາອັນດີງາມໃນທຸກດ້ານ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢືນຢັນວ່າ: ລັດຖະບານ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນ, ໃນນັ້ນ ມີບັນດານັກລົງທຶນ ສ.ເກົາຫຼີ, ກຸ່ມບໍລິສັດ Samsung ເປີດກ້ວາງການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາວ່າ ກຸ່ມບໍລິສັດ Samsung ຈະສືບຕໍ່ຄົ້ນຄວ້າ, ປະດິດສ້າງບັນດາຜະລິດຕະພັນເຕັກໂນໂລຊີໃໝ່ ເໝາະສົມກັບທ່າອ່ຽງການພັດທະນາ ກໍ່ຄືຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກຂອງການປະຕິວັດເຕັກໂນໂລຊີຂໍ້ມູນຂ່າວສານ 4.0 ຄືປັດຈຸບັນ; ໜູນຊ່ວຍ ຫວຽດນາມ ໃນການຜັນຂະຫຍາຍລັດຖະບານເອເລັກໂຕນິກ ເຊິ່ງ Samsung ມີບົດຮຽນຫລາຍຢ່າງ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top