• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປຮອດ ປາປົວນິວກີເນ ເຂົ້າຮ່ວມ APEC 26

      ການເຂົ້າຮ່ວມ APEC 26 ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະດຳເນີນແຕ່ວັນທີ 17 – 18 ພະຈິກ.
 
      ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໄປຮອດສະໜາມບິນສາກົນ Jackson (ພາບ: VGP)
      9 ໂມງເຊົ້າ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໄປຮອດສະໜາມບິນສາກົນ Jackson, ນະຄອນຫລວງ Port Moresby, ປະເທດ ປາປົວນິວກີເນ, ເລີ່ມຕົ້ນລາຍການເຂົ້າຮ່ວມສັບປະດາຂັ້ນສູງ APEC ຄັ້ງທີ 26, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ລັດເອກະລາດ ປາປົວນິວກີເນ Peter O’Neill. ການເຂົ້າຮ່ວມ APEC 26 ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະດຳເນີນແຕ່ວັນທີ 17 – 18 ພະຈິກ.
       ຕາມແຜນການແລ້ວ, ວັນທີ 17 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະມີການພົບປະກັບທ່ານນາຍົກລັດຖະມົນຕີ ປາປົວນິວກີເນ; ເຂົ້າຮ່ວມພິທີຕ້ອນຮັບບັນດາການນຳ APEC ຂອງທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງ APEC ຄັ້ງທີ 26.
       ຕອນເຊົ້າວັນທີ 17 ພະຈິກ, ຕາມເວລາ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະ ແລະ ແລກປ່ຽນກັບພັນທະມິດວິສາຫະກິດ ອາເມລິກາ ໃນ APEC, ໃນນັ້ນ ມີບັນດາກຸ່ມບໍລິສັດໃຫຍ່ທີ່ເຄື່ອນໄຫວໃນບັນດາຂົງເຂດສາທາລະນະສຸກ, ຫົວອາຫານສັດ, ການເງິນ…ຄື Freepotr McMoRan, Johnson&Johnson, UL ແລະ UPS…

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະ ແລະ ແລກປ່ຽນກັບພັນທະມິດວິສາຫະກິດ ອາເມລິກາ  (ພາບ: VGP)
      ການນຳບັນດາວິສາຫະກິດໄດ້ຕີລາຄາສູງຄວາມຕັດສິນໃຈຂອງລັດຖະບານ ຫວຽດນາມ ໃນການສ້າງສາພັດທະນາ, ສືບຕໍ່ເພີ່ມທະວີການປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນ, ຜ່ານນັ້ນ ເພີ່ມທະວີບົດບາດຂອງ ຫວຽດນາມ ໃນລະບົບການຜະລິດໃນພາກພື້ນ ແລະ ທົ່ວໂລກ, ແມ່ນແຫ່ງເຕົ້າໂຮມຂອງບັນດາການຮ່ວມສຳພັນດ້ານການຄ້າ 2 ຝ່າຍ ແລະ ຫລາຍຝ່າຍ.
       ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ແລະ ປາດຖະໜາຢາກໃຫ້ບັນດາວິສາຫະກິດ ອາເມລິກາ ເພີ່ມທະວີດ້ານການຄ້າ ແລະ ເປີດກ້ວາງການລົງທຶນຢູ່ ຫວຽດນາມ, ເປັນຕົ້ນແມ່ນໃນບັນດາຂົງເຂດເຊິ່ງ ອາເມລິກາ ມີທ່າແຮງຄື: ການບິນ, ໂອໂຕ, ເຕັກໂນໂລຊີດີຈີຕອນ, ພະລັງງານ, ການຢາ…
 (ແຫຼ່ງຄັດຈາກ VOV)
 

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top