• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບທ່ານປະທານາທິບໍດີ ຟີລິບປິ່ນ

ວັນທີ 11 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະສອງຝ່າຍກັບ ທ່ານ Rodrigo Roa Duterte ປະທານາທິບໍດີ ຟີລິບປິນ ເນື່ອງໃນໂອກາດເຂົ້າຮ່ວມການພົບປະການນໍາລະຫວ່າງບັນດາປະເທດ ອາຊຽນ (ALG) ແລະ ກອງປະຊຸມປະຈໍາປີ ຂອງ ກອງທຶນເງິນຕາສາກົນ ແລະ ທະນາຄານໂລກ (IMF – WB)  ທີ່ບາລີ, ອິນໂດເນເຊຍ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ  ທ່ານ Rodrigo Roa Duterte ປະທານາທິບໍດີ ຟີລິບປິນ (ພາບ: VGP/Quang Hieu)
 
ທີ່ການພົບປະ, ການນໍາສອງທ່ານ ໄດ້ປຶກສາຫາລືຢ່າງແທດຈິງ ໃນບັນດາຂົງເຂດຮ່ວມມືສໍາຄັນ ເຊິ່ງລວມມີ ການປ້ອງກັນຊາດ,  ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການສຶກສາ, ການຮ່ວມມືຢູ່ເຂດທະເລ, ພະລັງງານ ແລະ ອື່ນໆ. ສອງຝ່າຍເຫັນດີເປັນເອກະພາບ ນໍາກັນວ່າຈະສ້າງໂຄງການເຄື່ອນໄຫວຫວຽດນາມ - ຟິລິບປິນ ໄລຍະ 2018 – 2023 ໃຫ້ສໍາເລັດ ໂດຍໄວ ເພື່ອແນໃສ່ສ້າງພື້ນຖານສະດວກໃຫ້ແກ່ການຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ, ພ້ອມທັງສົມທົບກັນຢ່າງແໜ້ນແຟ້ນແນໃສ່ຜັນຂະຫຍາຍບັນດາກົນໄກຮ່ວມມືສໍາຄັນລະຫວ່າງສອງປະເທດ, ໂດຍສະເພາະແມ່ນ ຄະນະກໍາມະການຮ່ວມມືສອງຝ່າຍ ແລະ ຄະນະກໍາມະການປະສົມ ກ່ຽວກັບບັນຫາທະເລ ແລະ ມະຫາສະໝຸດ. ການນໍາສອງທ່ານ ໄດ້ຢັ້ງຢືນເຖິງຄວາມສໍາຄັນຂອງເລື່ອງເພີ່ມທະວີການຮ່ວມມືກ່ຽວກັບ ບັນດາບັນຫາຢູ່ເຂດທະເລ, ສ້າງເງື່ອນໄຂໃຫ້ແກ່ຊາວປະມົງຂອງສອງປະເທດ ໄດ້ຫາປາຢ່າງຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພ ແລະຍືນຍົງ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top