• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ຍົກສູງຄຸນນະພາບ, ກຳລັງແຮງໃນການສູ້ຮົບຂອງກອງທັບປະຊາຊົນຫວຽດນາມ

      ວັນທີ 28 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມການທະຫານ-ການເມືອງທົ່ວກອງທັບ, ຕີລາຄາໝາກຜົນວຽກງານການທະຫານ, ການປ້ອງກັນຊາດ 6 ເດືອນຕົ້ນປີ; ຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີ 2018.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມການທະຫານ-ການເມືອງທົ່ວກອງທັບ
(ພາບ:Thong Nhat – TTXVN)
      ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕີລາຄາສູງບັນດາໝາກຜົນຮອບດ້ານ ເຊິ່ງພະນັກງານ, ນັກຮົບທົ່ວກອງທັບ ປະຕິບັດໄດ້ໃນ 6 ເດືອນຕົ້ນປີ 2018. ໃນໄລຍະຜ່ານມາ, ກອງທັບປະຊາຊົນຫວຽດນາມ ໄດ້ສຸມໃສ່ຍົກສູງຄຸນນະພາບ, ກຳລັງແຮງສູ້ຮົບ, ປະຕິບັດບັນດາມາດຕະການຢ່າງຄົບຊຸດ, ເອົາໃຈໃສ່ເປັນພິເສດເຖິງການປ່ຽນແປງໃໝ່ເນື້ອໃນວຽກງານຝຶກຊ້ອມ, ຕິດພັນກັບພຶດຕິກຳຕົວຈິງໃນການສູ້ຮົບ; ຖືເປັນສຳຄັນ, ຍົກສູງກຳລັງຄວາມສາມາດ ເປັນເຈົ້າຂອງອາວຸດ, ອຸປະກອນເຕັກນິກທັນສະໄໝ…
        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຫັນດີເປັນເອກະພາບ ຕໍ່ທິດທາງໜ້າທີ່ການທະຫານ, ການປ້ອງກັນຊາດ 6 ເດືອນທ້າຍປີ 2018 ຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດວາງອອກ. ນັ້ນແມ່ນ ສືບຕໍ່ກຳແໜ້ນສະພາບການ, ປະຕິບັດການນຳພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ການບໍລິຫານຂອງລັດຖະບານໃຫ້ເຂັ້ມງວດ; ປະຕິບັດວຽກງານເປັນເສນາທິການໃຫ້ພັກ, ລັດ ກ່ຽວກັບໜ້າທີ່ການທະຫານ-ການປ້ອງກັນຊາດເປັນຢ່າງດີ; ຮັກສາການປະຕິບັດຕາມແຜນກຽມພ້ອມສູ້ຮົບໃຫ້ເຂັ້ມງວດ, ເປັນເສນາທິການ, ສົບທົບກັນແກ້ໄຂບັນດາກໍລະນີເກີດຂຶ້ນ ໄດ້ຢ່າງທັນການ, ຊັດເຈນ, ມີປະສິດທິຜົນ; ຍົກສູງຄຸນນະພາບ, ປະສິດທິຜົນຂອງວຽກງານຂົນຂວາຍປະຊາຊົນ, ເອົາໃຈໃສ່ເປັນພິເສດເຖິງບັນດາບໍລິເວນຍຸດທະສາດ, ຈຸດສຸມ, ເຂດຫ່າງໄກສອກຫຼີກ, ເຂດ ຊົນເຜົ່າສ່ວນໜ້ອຍ, ສາສະໜາເວົ້າລວມ; ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນ ຕິດພັນກັບທ່າຮົບປ້ອງກັນຄວາມສະຫງົບປະຊາຊົນ ແລະ ເຂດປ້ອງກັນໃຫ້ໝັ້ນຄົງ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top