• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງວິ້ງລອງ 2018

ກອງປະຊຸມສົ່ງເສີມການລົງທຶນແຂວງວິ້ງລອງ 2018 ດ້ວຍຫົວຂໍ້ວ່າ “ວິ້ງລອງ - ເປັນເຈົ້າການຮ່ວມມືພັດທະນາແບບຍືນຍົງ” ຖືກດຳເນີນໃນຕອນເຊົ້າວັນທີ 27 ມີນາ, ຢູ່ນະຄອນ ວິ້ງລອງ, ດ້ວຍການເຂົ້າຮ່ວມກອງຜູ້ແທນກວ່າ 800 ຄົນ

(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງວິ້ງລອງ 2018)

ໃນນັ້ນມີນັກທຸລະກິດ, ນັກລົງທຶນຢູ່ພາຍໃນປະເທດ ແລະ ສາກົນນັບຮ້ອຍຄົນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ແຂວງ ວິ້ງລອງ ໃນທົດສະວັດຈະມາເຖິງ ໄດ້ກາຍເປັນແຂວງພັດທະນາຂະຫຍັນຂັນເຄື່ອນແຖວໜ້າຂອງທົ່ວປະເທດ. ນອກນັ້ນ, ວິ້ງລອງ ຕ້ອງສົມທົບຍຸດທະສາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດເຂົ້າໃນຍຸດທະສາດພັດທະນາເສດຖະກິດ, ສັງຄົມ ເພື່ອຮັບປະກັນການພັດທະນາແບບຍືນຍົງ.

        ພິເສດ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ແຂວງວິ້ງລອງ ສ້າງລະບົບຮ່ວມສຳພັນໃນກະສິກຳດ້ວຍຮູບແບບ: ຊາວກະສິກຳ, ລັດ, ນັກລົງທຶນ, ທະນາຄານ, ນັກວິທະຍາສາດ, ນັກຈຳໜ່າຍ. ກ່ຽວກັບບັນດາມາດຕະການລະອຽດ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ແຂວງວິ້ງລອງ ຄວນຍົກສູງຈຳນວນ ແລະ ຂອບຂະໜາດວິສາຫະກິດໃນບໍລິເວນແຂວງ, ດຶງດູດບັນດານັກລົງທຶນໃຫຍ່ກ່ຽວກັບດ້ານທຶນຮອນ, ເຕັກໂນໂລຊີໃໝ່ມາລົງທຶນຢູ່ແຂວງວິ້ງລອງ ໃຫ້ຫຼາຍກວ່າ. ຕາມທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລ້ວ, ແຂວງວິ້ງລອງ ຕ້ອງປັບປຸງສະພາບແວດລ້ອມກົນໄກນະໂຍບາຍ, ຫຼຸດຜ່ອນລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ສ້າງຄວາມສະດວກໃຫ້ບັນດານັກລົງທຶນກວ່າອີກ.

(ແຫຼ່ງຄັດຈາກ VOV)


ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top