
ທ່ານນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຈາ
ຕ້ອນຮັບທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳໄທ ຫງວຽນເຕີດແທ່ງ
(ພາບ: nhandan.com.vn)
ຄຳກ່າວປາໄສດັ່ງກ່າວເຊິ່ງທ່ານນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຈາ ຍົກອອກມາໃນການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳໄທ ຫງວຽນເຕີດແທ່ງ, ໃນການເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດໜ້າທີ່ປະຕິບັດງານ. ທ່ານນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຈາ ເນັ້ນໜັກວ່າ, ໄທ ສະໜັບສະໜູນຫວຽດນາມ ຈັດຕັ້ງກອງປະຊຸມສຸດຍອດ APEC ໃນເດືອນພະຈິກ ຢູ່ດ່ານັ້ງ. ທ່ານນາຍົກລັດຖະມົນຕີໄທ ເຫັນດີຜັນຂະຫຍາຍຂໍ້ຕົກລົງກ່ຽວກັບແຮງງານໂດຍໄວ, ໃນຕໍ່ໜ້າແມ່ນ 2 ຂົງເຂດກໍ່ສ້າງ ແລະ ຫາປາ, ບົນພື້ນຖານນັ້ນເປີດກວ້າງອອກສູ່ຂົງເຂດອື່ນໆ.ທ່ານນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຈາ ກໍ່ເຫັນດີເພີ່ມທະວີການທາບທາມຄວາມເຫັນເພື່ອແນໃສ່ສ້າງວິໄສທັດລວມກ່ຽວກັບການນຳໃຊ້ແຫຼ່ງນ້ຳໃນແມ່ນ້ຳຂອງແບບຍືນຍົງ.
ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນເຕີດແທ່ງ, ສະເໜີໃຫ້ 2 ປະເທດສືບຕໍ່ຜັນຂະຫຍາຍປະສິດທິຜົນໂຄງການເຄື່ອນໄຫວຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດໄລຍະ 2014 – 2018, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ, ການຄ້າ, ສາທາລະນະສຸກ…
(ແຫຼ່ງຄັດຈາກ VOV)