• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງຮອງປະທານປະເທດດັ້ງທິຫງອກທີ້ງເຂົ້າຮ່ວມງານບຸນອອກໄປຫາປາໄກຝັ່ງປີ 2017

ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິຫງ​ອກ​ທີ້ງ, ​ກ່າວ​ຄຳ​ເຫັນ​ທີ່​ງານ​​ບຸນ
(ພາບ: TTXVN)
      ຕອນ​ເຊົ້າ​ວັນ​ທີ 31/3, ຢູ່​ເມືອງ​ເກາະ​ກາດ​ຫາຍ ( ນະ​ຄອນ​ຫາຍ​ຟອງ ), ເປັນ​ຄັ້ງ​ທຳ​ອິດ ທີ່ໄດ້​ດຳ​ເນີນ​ງານ​ບຸນ​ອອກ​ໄປ​ຫາ​ປາ​ໄກ​ຝັ່ງ, ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ, ໝູ່​ເກາະ​ຂອງ​ຫວຽດ​ນາມ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງກ່ຳ​ປັ່ນ​ຫາ​ປາ​ຂອງ​ຊາວ​ປະ​ມົງ​ຫຼາຍ​ແຂວງເຂດ​ແຄມ​ທະ​ເລ ເກືອບ 100 ​ລຳ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິຫງ​ອກ​ທີ້ງ ໄດ້ເນັ້ນ​ໜັກ​​ເຖິງ ບັນ​ດາ​ກຳ​ລັງ​ ​ບົ່ມ​ຊ້ອນ​ຢ່າງ​ໃຫຍ່ຫຼວງ​ກ່ຽວ​ກັບ​ທະ​ເລ, ໝູ່​ເກາະ​ຂອງ​ຫວຽດ​ນາມ ພ້ອມ​ທັງ​ຍ້ອງ​ຍໍ​ບັນ​ດາ​ກຳ​ລັງ​ຢູ່​ທະ​ເລ​ຄື ຊາວ​ປະ​ມົງ, ກຳ​ລັງກວດ​ກາ​ການ​ປະ​ມົງ, ຕຳຫຼວດ​ທະ​ເລ, ກຳ​ລັງ​ປະ​ກອບ​ອາ​ວຸດ ຍາມ​ໃດ​ກໍ່​ໄດ້​ພະ​ຍາ​ຍາມ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ຢູ່​ບ່ອນ​​ທີ່ເກີດ​ພາ​ຍຸ​ລົມ​ແຮງ, ຮັບ​ປະ​ກັນ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​​ໄວ້​ຢ່າງໝັ້ນ​ຄົງ.
        “​​ແຕ່​ລະ​ຈຸດ​ພິ​ກັດ​ຢູ່​ທະ​ເລທີ່​ຊາວ​ປະ​ມົງ​ມີ​ໜ້າ, ແຕ່​ລະ​ເຂດ​ທະ​ເລ​ທີ່​ຊາວ​ປະ​ມົງ​ໄປ​ຜ່ານ ລ້ວນ​ແຕ່​ມີ​ຄວາມ​ໝາຍ​ຢ່າງ​ໃຫຍ່ຫຼວງ​ໃນ​ການ​ກຳ​ນົດ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ທີ່​ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດ. ງານ​ບຸນ​ໃນ​ມື້​ນີ້ ເຖິງວ່າ​​ໄດ້​ຈັດ​ຕັ້ງເປັນ​ຄັ້ງ​ທຳ​ອິດກໍ່​ຕາມ  ແຕ່​ຂ້າ​ພະ​ເຈົ້າ​ກໍ່​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ໝາຍ ແລະ ບັນ​ດາ​ໝາກ​ຜົນ​ທີ່​ດີ​ງາມຈາກ​ງານ​ບຸນ​ນີ້, ແນ່ນອນ​ວ່າ ບັນ​ດາ​ທ້ອງ​ຖິ່ນ, ຊາວ​ປະ​ມົງ​ເຂດ​ແຄມ​ທະ​ເລ ຈະ​ມີ​ກາ​ລະ​ໂອ​ກາດ​ທີ່​ດີ ເພື່ອ​ເພີ່ມ​ທະ​ວີ​ນ້ຳ​ໃຈ​ສາ​ມັກ​ຄີ, ແບ່ງ​ປັນ, ຮ່ຳ​ຮຽນ​ເອົາ​ຫຼາຍ​ບົດ​ຮຽນ​ລ້ຳ​ຄ່າ​ເຊິ່ງ​ກັນ ແລະ ກັນ 
        ທີ່​ງານ​ບຸນ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິຫງ​ອກ​ທີ້ງ ກໍ່ໄດ້​ມອບ​ຂອງ​ຂວັນ​ໃຫ້​ບັນ​ດາຄອບ​ຄົວ​ຊາວ​ປະ​ມົງ, ສົ່ງ​ເສີມ​ການ​ອອກ​ໄປ​ຫາ​ປາ​ໄກ​ຝັ່ງ​ ເພື່ອສ້າງ​ຄວາມ​ຮັ່ງ​ມີ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top