• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພົບປະສັງສັນກັບກົມໃຫຍ່ພາສີໃນຕົ້ນປີໃໝ່

ທ່ານນາງປະທານສະພາແຫ່ງຊາດຫວັງວ່າ ຂະແໜງພາສີຈະເອົາໃຈໃສ່ເປັນພິເສດໃນການປະຕິບັດບັນດາໜ້າທີ່ຈຸດສຸມກວ່າອີກ, ພິເສດແມ່ນຕ້ອງສູ້ຊົນປະຕິບັດແຜນການເກັບງົບປະມານ ໃນປີ 2019 ໃຫ້ສຳເລັດໂດຍສະພາແຫ່ງຊາດມອບໝາຍໃຫ້. 

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນໄປຢ້ຽມຢາມແລະອວຍພອນປີໃໝ່ກົມໃຫຍ່ພາສີ

ກ່າວຄຳເຫັນຕໍ່ການນຳ, ພະນັກງານ, ພະລາກອນ ກົມໃຫຍ່ພາສີ ໃນຕອນບ່າຍວັນທີ 11 ກຸມພາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ສະແດງຄວາມພາກພູມໃຈຕໍ່ບັນດາຜົນງານທີ່ບັນລຸໄດ້ໃນການຕ້ານການຄ້າເຖື່ອນ, ສໍ້ໂກງໃນການຄ້າ  ຂອງບັນດາເຈົ້າໜ້າທີ່ພາສີ. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ກໍຖືວ່າເລື່ອງຜັນຂະຫຍາຍລະບົບການຄຸ້ມຄອງພາສີແບບອັດຕະໂນມັດໄດ້ຊ່ວຍຫຼຸດຜ່ອນເວລາ, ຄ່າໃຊ້ຈ່າຍຂອງວິສາຫະກິດໃນການປະຕິບັດລະບຽບການຕິດຕາມກວດກາສິນຄ້າ. ທ່ານນາງປະທານສະພາແຫ່ງຊາດຫວັງວ່າ ຂະແໜງພາສີຈະເອົາໃຈໃສ່ເປັນພິເສດໃນການປະຕິບັດບັນດາໜ້າທີ່ຈຸດສຸມກວ່າອີກ, ພິເສດແມ່ນຕ້ອງສູ້ຊົນປະຕິບັດແຜນການເກັບງົບປະມານ ໃນປີ 2019 ໃຫ້ສຳເລັດໂດຍສະພາແຫ່ງຊາດມອບໝາຍໃຫ້, ຍູ້ແຮງການປະຕິຮູບລະບຽບການເກັບພາສີຕາມທິດ ງ່າຍດາຍ, ໂປ່ງໃສ ແລະ ເໝາະສົມກັບບັນດາ ມາດຕະຖານສາກົນກ່ຽວກັບພາສີ.

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຍັງສະເໜີໃຫ້ກົມໃຫຍ່ພາສີຕ້ອງຍູ້ແຮງວຽກງານຄວບຄຸມກວດກາ ການຕ້ານການຄ້າເຖື່ອນ, ສໍ້ໂກງໃນການຄ້າ, ເປັນເຈົ້າການໃນການຄົ້ົ້ນພົບ, ແກ້ໄຂບັນດາຄວາມຜິດພາດຂອງພະນັກງານ, ພາລະກອນຢ່າງເຄັ່ງຂັດເພື່ອຮັກສາຄວາມໄວ້ເນື້ອເຊື່ອໃຈຂອງວິສາຫະກິດ ແລະປະຊາຄົມໃນສັງຄົມໃຫ້ໝັ້ນຄົງ. ນີ້ແມ່ນໂອກາດ ແລະກໍ່ແມ່ນສິ່ງທ້າທາຍສຳລັບຂະແໜງພາສີ ຫວຽດນາມ, ກຳນົດເປົ້າໝາຍສູ້ຊົນໃຫ້ແກ່ພາລະກິດການປະຕິຮູບຫັນເປັນທັນສະໄໝຂອງຂະແໜງພາສີ ຫວຽດນາມ ໃນຊຸມປີຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top