• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢ້ຽມຢາມ ສ.ເກົາຫຼີ

ສອງຝ່າຍ ຈະປຶກສາຫາລືນໍາກັນ ກ່ຽວກັບທິດທາງ, ບັນດາມາດຕະການຮ່ວມມືລະອຽດ ເພື່ອນໍາການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດ ສ.ເກົາຫຼີ ກ້າວເຂົ້າສູ່ລວງເລິກ, ແທດຈິງກວ່າ ໃຫ້ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ
ຕອນບ່າຍວັນທີ 04 ທັນວາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ໄດ້ໄປຮອດສະໜາມບິນການທະຫານ Gim Hae, ນະຄອນ Busan, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 4 – 7 ທັນວາ ຕາມຄໍາເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Moon Hee Sang. ໃນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການຄັ້ງນີ້, ສອງຝ່າຍ ຈະປຶກສາຫາລືນໍາກັນ ກ່ຽວກັບທິດທາງ, ບັນດາມາດຕະການຮ່ວມມືລະອຽດ ເພື່ອນໍາການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດ ສ.ເກົາຫຼີ ກ້າວເຂົ້າສູ່ລວງເລິກ, ແທດຈິງກວ່າ ໃຫ້ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ.

ທ່ານນາງ ຫງວຽນທິກິມເງິນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ໄປຮອດສະໜາມບິນການທະຫານ Gim Hae, ນະຄອນ Busan

ເນື່ອງໃນໂອກາດນີ້, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ຈະແນະນໍາກ່ຽວກັບບັນດາແຜນນະໂຍບາຍ, ນະໂຍບາຍ, ກົດໝາຍ ແລະ ສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດຂອງຫວຽດນາມ ກັບ ວົງການການເມືອງ ແລະ ບັນດານັກທຸລະກິດ ສ.ເກົາຫຼີ, ສ້າງກາລະໂອກາດ ເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ແລະ ສ.ເກົາຫຼີ  ໄດ້ສໍາຜັດ, ແລກປ່ຽນ, ຊອກຮູ້ຄູ່ຮ່ວມມື ແລະ ກາລະໂອກາດດໍາເນີນທຸລະກິດ. ທ່ານນາງ ຫງວຽນທິກິມເງິນ ຈະມີການພົບປະກັບພໍ່ແມ່ຊາວຫວຽດນາມ ເຊິ່ງພວມດໍາລົງຊີວິດ, ຮໍ່າຮຽນ ແລະ ເຮັດວຽກຢູ່ ສ.ເກົາຫຼີ, ຖືນີ້ແມ່ນການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງຫວຽດນາມ ຢູ່ຕ່າງປະເທດ.

        ໃນຂອບເຂດຂອງການຢ້ຽມຢາມ, ຕອນບ່າຍຂອງວັນດຽວກັນ, ຢູ່ນະຄອນ Busan, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການຕ້ອນຮັບທ່ານ Park Soo Kwan ຫົວໜ້າກົງສູນໃຫຍ່ ກິຕິມະສັກ ຫວຽດນາມ ປະຈໍາເຂດ Busan - Gyeongnam.


ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບທ່ານ Park Soo Kwan ຫົວໜ້າກົງສູນໃຫຍ່ ກິຕິມະສັກ ຫວຽດນາມ ປະຈໍາເຂດ Busan - Gyeongnam

ທ່ານນາງ ຫງວຽນທິກິມເງິນ ເນັ້ນໜັກວ່າ ເຂດ Busan  - Gyeongnam ແມ່ນສູນເສດຖະກິດ, ວັດທະນະທໍາ, ສຶກສາ, ແມ່ນນະຄອນໃຫຍ່ອັນດັບທີສອງຂອງ ສ.ເກົາຫຼີ ແລະ ແມ່ນນະຄອນທ່າກໍ່າປັ່ນໃຫຍ່ທີ່ສຸດຂອງ ສ.ເກົາຫຼີ, ປັດຈຸບັນ ມີແຮງງານ ທີ່ເປັນຊາວຫວຽດນາມ ມາເຮັດວຽກ ກໍຄື ມີຫຼາຍຄອບຄົວແມ່ນຊາວ ຫວຽດນາມ ແຕ່ງງານກັບຊາວ ສ.ເກົາຫຼີ, ສະນັ້ນ, ທ່ານນາງ ຫງວຽນທິກິມເງິນ ປາດຖະໜາວ່າ ພ້ອມກັບບັນດາການເຄື່ອນໄຫວເຊື່ອມຕໍ່, ຊຸກຍູ້ການຮ່ວມມືເສດຖະກິດ, ລົງທຶນ, ການຄ້າ, ການທ່ອງທ່ຽວ, ການສຶກສາ ທ່ານ Park Soo Kwan ຈະສືບຕໍ່ຊຸກຍູ້ການພົບປະແລກປ່ຽນປະຊາຊົນ; ຕັ້ງໜ້າໜູນຊ່ວຍ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງຫວຽດນາມ ທີ່ພວມດໍາລົງຊີວິດ, ເຮັດວຽກ ແລະ ຮໍ່່າຮຽນ ຢູ່ເຂດ Busan  - Gyeongnam, ໂດຍສະເພາະແມ່ນ ບັນດາຜູ້ຍິງຫວຽດນາມ ທີ່ ເອົາຜົວເປັນຊາວ ສ.ເກົາຫຼີ ແລະ ຄອບຄົວແມ່ນຊາວ ຫວຽດນາມ ແຕ່ງງານກັບ ຊາວ ສ.ເກົາຫຼີ.

(ແຫຼ່ງຄັດຈາກ VOV)


ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top