ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ແລະ ຜູ້ຕາງຫນ້າບໍລິສັດ NACO
ພາບ:vietnam+
ກ່ອນທີ່ກັບຄືນເມືອປະເທດ, ຕອນເຊົ້າວັນທີ 29 ມີນາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ໄດ້ໄປຢ້ຽມຢາມ ແລະເຮັດວຽກກັບບໍລິສັດ NACO ຊື່ງແມ່ນບໍລິສັດໃຫ້ຄຳປຶກສາ, ອອກແບບສະຫນາມບິນ ແລະ ເຄີຍເຂົ້າຮ່ວມກວ່າ 550 ໂຄງການກໍ່ສ້າງສະຫນາມບິນຢູ່ 100 ປະເທດໃນໂລກ, ໃນນັ້ນ ຢູ່ ຫວຽດນາມ ແມ່ນໂຄງການກຸ່ມການບິນ ຫວຽດນາມ - ໂຮນລັງ ເພື່ອແນໃສ່ຫນູນຊ່ວຍການພັດທະນາຕະຫລາດການບິນຂອງຫວຽດນາມ. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມຫງວຽນທິກີມເງິນ ໃຫ້ຮູ້ວ່າ: ຂະແຫນງການບິນ ສວມບົດບາດສຳຄັນໃນພາລະກິດພັດທະນາເສດຖະກິດຂອງຫວຽດນາມ ແລະ ໄດ້ມີບັນດາບາດກ້າວພັດທະນາໃນໄລຍະມໍ່ໆມານີ້. ຫວຽດນາມ ພວມວາງແຜນກຳນົດພັດທະນາພື້ນຖານໂຄງລ່າງການບິນ. ສະນັ້ນ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ມີຄວາມເຊື່ອໝັ້ນວ່າ ບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງການບິນຂອງຫວຽດນາມ ຈະນຳມາເຊິ່ງບັນດາກາລະໂອກາດດີໃຫ້ບັນດາບໍລິສັດ, ຜູ້ໃຫ້ຄຳປຶກສາ, ຜະລິດ ແລະ ຮາກຖານບຳລຸງສ້າງໃນຂະແຫນງການບິນ ແລະ ອາວະກາດຂອງໂຮນລັງ.
(ແຫຼ່ງຄັດຈາກ VOV)