
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນມອບໃບຢັ້ງຢືນ
ກ່າວຄຳເຫັນທີ່ພິທີມອບ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ເນັ້ນຫນັກວ່າ:
“ນີ້ແມ່ນຄວາມຮັບຜິດຊອບອັນສູງສົ່ງ, ແມ່ນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງພັກ, ລັດ ແລະ ທົ່ວສັງຄົມຂອງຊາວຫວຽດນາມ ລຸ້ນຕ່າງໆ ທີ່ມີຕໍ່ບັນດາຜູ້ທີ່ໄດ້ອຸທິດສ່ວນ, ເສຍສະຫລະຊີວິດເພື່ອພາລະກິດປະຕິວັດອັນສະຫງ່າລາສີຂອງພັກ, ຂອງຊາດ. ປະເທດຊາດ ແລະ ປະຊາຊົນ ຍາມໃດກໍ່ຈົດຈ່ຳບຸນຄຸນຊາວຫວຽດນາມ ລຸ້ນຕ່າງໆທີ່ໄດ້ເສຍສະຫລະຊີວິດເພື່ອພາລະກິດຕໍ່ສູ້ ປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ ແລະ ໝັ້ນໝາຍວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນໃນການຊອກຫາທຸກມາດຕະການເພື່ອຮັບຮູ້ ແລະ ປະຕິບັດນະໂຍບາຍບຸລິມະສິດສຳລັບຜູ້ມີຄຸນງາມຄວາມດີ ແລະ ຍາດຕິພີ່ນ້ອງຂອງເຂົາເຈົ້າ.”ບາ.
ສ່ວນທ່ານນາງ Lianys Torres Rivera, ເອກອັກຄະລັດຖະທູດ ກູບາ ຖືວ່າ: ກູບາ ກໍ່ມີຫຼາຍຄວາມສາມາດບົ່ມຊ້ອນຮ່ວມມືເສດຖະກິດ ແລະ ປາດຖະໜາຢາກຮ່ວມມືກັບ ຫວຽດນາມ ເພື່ອຊຸກຍູ້ການພົວພັນ 2 ຝ່າຍ.
ແລະກໍ່ໃນຕອນບ່າຍວັນດຽວກັນ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕ້ອນຮັບທ່ານນາງ Lianys Torres Rivera, ເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ.
(ແຫຼ່ງຄັດຈາກ VOV)