• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່າກຳປັ່ນ ດາໜັງ ມີຖ້ຽວຂົນສົ່ງໂດຍກົງໄປ ຍີ່ປຸ່ນ

ບໍລິສັດກຳປັ່ນ SITC ໄດ້ເປີດບໍລິການສົນຂົ່ງ ດາໜັງ - ຍີ່ປຸ່ນ ຢ່າງເປັນທາງການ ຢູ່ທ່າກຳປັ່ນດາໜັງ. ການບໍລິການຂົນສົ່ງຜ່ານທ່າກຳປັ່ນດາໜັງ ມີເສັ້ນທາງຂົນສົ່ງ: ດາໜັງ - ນິງໂບ - ຊຽງໄຮ (ຈີນ) - ຮາກາຕາ- ໂມຈິ (ຍີ່ປຸ່ນ).

ໃນຖ້ຽວທຳອິດເຂົ້າທຽບທ່າກຳປັ່ນ ຕຽນຊາ 6 (ທ່າກ່ຳປັ່ນດາໜັງ), ກຳປັ່ນ Lantau Beach ໄດ້ບັນທຸກສິນຄ້າຂາອອກ - ຂາເຂົ້າຫຼາຍຮ້ອຍໂຕນ. ທ່ານ ຫງວຽນຫຶວເຊຍ ຜູ້ອຳນວຍການໃຫຍ່ບໍລິສັດ ຫຸ້ນສ່ວນທ່າກຳປັ່ນ ດາໜັງ ໃຫ້ຮູ້ວ່າ:

“ຖ້ຽວຂົນສົ່ງຍີ່ປຸ່ນ ແມ່ນໄປຍີ່ປຸ່ນໂດຍກົງ, ເຮັດໃຫ້ໄລຍະເວລາໃນການເດີນທາງຈາກດາໜັງໄປຮອດຍີ່ປຸ່ນ ສັ້ນລົງ. ເມື່ອກ່ອນການເດີນທາງຕ້ອງໃຊ້ເວລາ 12 ວັນ ແຕ່ດຽວນີ້ໃຊ້ເວລາພຽງແຕ່ 7 ວັນເທົ່ານັ້ນ. ເຊິ່ງເຮັດໃຫ້ສິນຄ້າທົ່ວທັງບໍລິເວນພາກກາງ, ພິເສດແມ່ນສິນຄ້າທີ່ສົ່ງໄປຍັງ ຍີ່ປຸ່ນ ຈະຂົນສົ່ງເຂົ້າມາທ່າກຳປັ່ນດາໜັງ”.

ປີ 2018, ປະລິມານສິນຄ້າຜ່ານທ່າກຳປັ່ນດາໜັງ ມີຫຼາຍກວ່າ 6.8 ລ້ານໂຕນ. ຄາດວ່າ ໃນປີ 2019, ທ່າກຳປັ່ນ ດາໜັງ ຈະຮັບສິນຄ້າປະມານ 9 ລ້ານໂຕນ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ຂະແໜງກະສິກຳ ແລະ ສິ່ງແວດລ້ອມຍັງຮັກສາທ່າເຕີບໂຕທີ່ຕັ້ງໜ້າ ເຖິງວ່າຖືກຜົນກະທົບຈາກພາຍຸ, ຝົນຕົກໜັກ ແລະ ການຜັນແປຂອງຕະຫຼາດ.

Top