• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທິມບານເຕະ U23 ຫວຽດນາມ ສ້າງຂີດໝາຍກັບສື່ມວນຊົນສາກົນ

ນັດແຂ່ງຂັນຊິງຊະນະເລີດທີ່ຜ່ານມາ “ປິດທ້າຍໄລຍະທາງຂະບວນການເຕັມໄປດ້ວຍຄວາມປະທັບໃຈຂອງ ຫວຽດນາມ ທີ່ການແຂ່ງຂັນນີ້, ແນ່ນອນວ່າຈະຍື່ນຍົງຄົງຕົວໃນຄວາມຊົງຈຳຂອງແຟນບານຢູ່ປະເທດ ອາຊີ ຕາເວັນອອກສ່ຽງໃຕ້ນີ້”.

ນັກກິລາບານເຕະ ກົງເຟື້ອງ ໃນນັດຊິງຊະນະເລີດກັບ Uzbekistan
      ເປັນຄັ້ງທຳອິດ, ທິມບານເຕະ U23 ຫວຽດນາມ ຢືນອັນດັບທີ 2 ໃນການແຂ່ງຂັນ AFC U23 ພາຍຫຼັງຖືກເສຍໃຫ້ U23 Uzbekistan ໃນນັດແຂ່ງຂັນຊິງຊະນະເລີດດຳເນີນໃນວັນທີ 27 ມັງກອນ. ເຖິງຢ່າງໃດກໍ່ຕາມ, ດ້ວຍການແຂ່ງຂັນຂອງບັນດານັກກິລາ ຫວຽດນາມ ໄດ້ສ້າງບັນດາຂີດໝາຍສຳລັບສື່ມວນຊົນ ສາກົນ, ກໍ່ຄືໃນຈິດໃຈຂອງແຟນບານບໍ່ພຽງແຕ່ຢູ່ ຫວຽດນາມ ເທົ່ານັ້ນ ຫາກຍັງຢູ່ພາກພື້ນອີກດ້ວຍ. ພາຍຫຼັງນັດແຂ່ງຂັນຊິງຊະນະເລີດ, ງານແຂ່ງຂັນບານເຕະ U23 ອາຊີ ສິ້ນສຸດລົງ, ສະຫະພັນບານເຕະ ອາຊີ (AFC) ມີບົດສັງເກດກ່ຽວກັບການແຂ່ງຂັນເຕັມໄປດ້ວຍຄວາມປະທັບໃຈໃນສະໜາມກິລາ ຈ໋າງເຈົາ. AFC ຖືວ່າ: ນັດແຂ່ງຂັນຊິງຊະນະເລີດທີ່ຜ່ານມາ “ປິດທ້າຍໄລຍະທາງຂະບວນການເຕັມໄປດ້ວຍຄວາມປະທັບໃຈຂອງ ຫວຽດນາມ ທີ່ການແຂ່ງຂັນນີ້, ແນ່ນອນວ່າຈະຍື່ນຍົງຄົງຕົວໃນຄວາມຊົງຈຳຂອງແຟນບານຢູ່ປະເທດ ອາຊີ ຕາເວັນອອກສ່ຽງໃຕ້ນີ້”.

ແຟນບານ ຫວຽດນາມ ຕ້ອນຮັບບັນດານັກກິລາບານເຕະ
      ນ້ຳໃຈແຂ່ງຂັນອົງອາດກ້າຫານຂອງບັນດານັກກິລາ ແລະ ຄູຝຶກ Park Hang Seo ກໍ່ໄດ້ຮັບຫຼາຍການຊົມເຊີຍ. ສື່ເອກເລັກໂຕນິກກິລາ Bola Akurat ຂອງ ອິນໂດເນເຊຍ ຍົກສູງ “ກຳລັງຕໍ່ສູ້” ຂອງ U23 ຫວຽດນາມ ໃນຂະນະທີ່ຖືກເສຍແກ່  Uzbekistan  ພຽງ 1 ປະຕູຕໍ່ 2, ກໍ່ຕ້ອງຜ່ານຜ່າຄວາມຫຍຸ້ງຍາກນັ້ນແມ່ນແຂ່ງຂັນໃນສະພາບການຫິມະຕົກຫຼາຍ. ໃນຂະນະນັ້ນ, ສື່ເອເລັກໂຕນິກກິລາມີອິດທິພົນຊື່ສຽງ Fox Sports, ນັກຂ່າວ John Duerden ມີບົດຂຽນກ່ຽວກັບໄຊຊະນະຂອງ ທິມບານເຕະ U23 ຫວຽດນາມ ໃນໃຈແຟນບານ. ສ່ວນສື່ເອເລັກໂຕນິກບານເຕະ ອາຊີ Fox (Fox Asian football) ເອີ້ນຄວາມມານະພະຍາຍາມຂອງທິບບານເຕະ ຫວຽດນາມ ແມ່ນໄຊຊະນະຂອງນ້ຳໃຈອົງອາດກ້າຫານ.
        ສຳນັກຂ່າວສານໃຫຍ່ AFP ມີຄວາມປະທັບໃຈດ້ວຍນ້ຳໃຈເຊິ່ງແຟນບານຂອງ ຫວຽດນາມ ສະຫງວນໃຫ້ແກ່ທິມບານເຕະ ຂອງຕົນ.
 (ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top