
ທາບທາມຄຳເຫັນດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດກູບາ-ຫວຽດນາມຄັ້ງທີ 4
(ພາບ: TTXVN)
ໃນຂອບເຂດການຢ້ຽມຢາມ, ວັນທີ 05 ກັນຍາ, ທ່ານຮອງລັດຖະມົນຕີຜູ້ທີ່ໜຶ່ງກະຊວງການຕ່າງປະເທດສ.ກູບາ Marcelino Medina Gonzalez ໄດ້ເຂົ້າຮ່ວມກອງປະຊຸມທາບທາມຄຳເຫັນດ້ານການເມືອງຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດກູບາ - ຫວຽດນາມ ຄັ້ງທີ 4 ເຊິ່ງຖືກດຳເນີນຢູ່ຮ່າໂນ້ຍ. ທີ່ກອງປະຊຸມທາບທາມຄຳເຫັນ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຮ່າກິມຫງອກ ໄດ້ຍົກອອກບັນດາຂໍ້ສະເໜີໃຫ້ກອງປະຊຸມທາບທາມຄຳເຫັນ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມຈາກທ່ານ Marcelino Medina Gonzalez.
“ພວກເຮົາພ້ອມກັນກວດກາຄືນການພົວພັນລະຫວ່າງ 2 ປະເທດ, ກໍຄືແລກປ່ຽນບັນດາມາດຕະການເພື່ອຊຸກຍູ້ການພົວພັນຮ່ວມມື 2 ຝ່າຍ ກໍຄືລະຫວ່າງກະຊວງການຕ່າງປະເທດ. ພາກທີ 2 ແມ່ນແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ”.ສ່ວນທ່ານ ຮອງລັດຖະມົນຕີຜູ້ທີ່ໜຶ່ງກະຊວງການຕ່າງປະເທດສ.ກູບາ Marcelino Medina Gonzalez ກໍ່ຢືນຢັນວ່າ, ຄວນຮັກສາ ແລະ ສືບຕໍ່ຍົກສູງປະສິດທິຜົນກົນໄກທາບທາມຄຳເຫັນດ້ານການເມືອງລະຫວ່າງກະຊວງການຕ່າງປະເທດຂອງ 2 ປະເທດເປັນປະຈຳ.
(ແຫຼ່ງຄັດຈາກ VOV)