
ດາວທຽມ NanoDragon ແບບ cubesat ຊັ້ນ nano ມີນ້ຳໜັກ 3,8 kg ດ້ວຍຂອບຂະໜາດ 3U ໂດຍສູນຈັກກະວານ ຫວຽດນາມ ອອກແບບ ແລະ ຜະລິດເອງຢູ່ ຫວຽດນາມ. ດາວທຽມ NanoDragon ຈະບິນຂຶ້ນອ້ອມຮອບວົງໂຄຈອນຕາເວັນໃນຄວາມສູງ 560 km ໃນວັນທີ 1 ຕຸລາຢູ່ ເດີ່ນຍິງສູນຈັກກະວານ Uchinoura ຢູ່ແຂວງ Kagoshima, ທາງພາກໃຕ້ຍີ່ປຸ່ນ.
ດາວທຽມແມ່ນໝາກຜົນຂອງໂຄງການ “ຄົ້ນຄວ້າ, ອອກແບບ, ຜະລິດ, ຍິງ ແລະ ການນຳໃຊ້ເຄື່ອນໄຫວດາວທຽມລະດັບ nano” ຂອງສະຖາບັນປັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ.
(ແຫຼ່ງຄັດຈາກ VOV)