• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍ້ອງຍໍຊົມເຊີຍບັນດາແບບຢ່າງດີເດັ່ນໃນທົ່ວປະເທດ

      ເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີແຫ່ງວັນປະທານ ໂຮ່ຈີມິນ ຮຽກຮ້ອງແຂ່ງຂັນຮັກຊາດ 11 ມິຖຸນາ 1948, ຕອນເຊົ້າວັນທີ 10 ມິຖຸນາ, ຢູ່ ຮ່າໂນ້ຍ, ສະພາແຂ່ງຂັນຍ້ອງຍໍຊົມເຊີຍສູນກາງ ໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍບັນດາແບບຢ່າງດີເດັ່ນໃນທົ່ວປະເທດ. 

ພິທີຍ້ອງຍໍຊົມເຊີຍບັນດາແບບຢ່າງດີເດັ່ນໃນທົ່ວປະເທດ
(ພາບ: ສຳນັກຂ່າວສານ ຫວຽດນາມ)
      ເຂົ້າຮ່ວມກອງປະຊຸມມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພ້ອມກັບເກືອບ 400 ແບບຢ່າງທີ່ດີເດັ່ນ. ນີ້ແມ່ນບັນດາແບບຢ່າງດີເດັ່ນ, ຕາງໜ້າໃຫ້ໝູ່ຄະນະ, ສ່ວນບຸກຄົນ, ພາກສ່ວນຊົນເຜົ່າ, ສາສະໜານັບລ້ານໆຄົນໃນທຸກແຖບຖິ່ນຂອງປະເທດຊາດ. ທີ່ພິທີຍ້ອງຍໍຊົມເຊີຍ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຕີລາຄາສູງບັນດາໝາກຜົນທີ່ຂະບວນການແຂ່ງຂັນຮັກຊາດ ແລະ ວຽກງານແຂ່ງຂັນຍ້ອງຍໍບັນລຸໄດ້ໃນຊຸມປີຜ່ານມາ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຊື່ອໝັ້ນວ່າ: ນອກຈາກ 400 ແບບຢ່າງດີເດັ່ນເຂົ້າຮ່ວມພິທີຍ້ອງຍໍຊົມເຊີຍທີ່ກອງປະຊຸມນີ້ ຍັງມີຫຼາຍແບບຢ່າງອື່ນອີກ. ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ໄດ້ຊີ້ແຈ້ງວ່າ:
      ເມື່ອໄດ້ຮັບນາມມະຍົດ, ຄວາມເຄົາລົບນັບຖື ແລະ ຄວາມຮັກແພງແມ່ນຫຍຸ້ງຍາກແລ້ວ, ແຕ່ເລື່ອງຮັກສານາມມະຍົດ, ຮັກສາຄວາມຮັກແພງນັ້ນໃຫ້ໄດ້ມັນກໍ່ຫຍຸ້ງຍາກກ່ວາຫຼາຍ. ນີ້ພຽງແຕ່ແມ່ນໝາກຜົນຂອງບັນດາຄວາມພະຍາຍາມໃນເບື້ອງຕົ້ນ, ໄລຍະທາງຈະມາເຖິງຍັງລຳບາກກາກກຳຫຼາຍ. ດັ່ງນັ້ນ, ຂ້າພະເຈົ້າສະເໜີໃຫ້ແຕ່ລະໝູູ່ຄະນະ, ສ່ວນບຸກຄົນ ເຊິ່ງໄດ້ຮັບການຍ້ອງຍໍຊົມເຊີຍໃນມື້ນີ້ສືບຕໍ່ພະຍາຍາມສູ້ຊົນ, ບື່ນຕົວຂຶ້ນຢ່າງບໍ່ຢຸດຢັ້ງເພື່ອອຸທິດສ່ວນຫຼາຍກ່ວາອີກ, ບັນລຸໄດ້ຜົນງານສູງກ່ວາອີກໃຫ້ສົມເປັນແບບຢ່າງທີ່ເຫຼືອງເຫຼື້ອມເພື່ອໃຫ້ທຸກຄົນປະຕິບັດຕາມ.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top