• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກສູງປະສິດທິຜົນຂອງວຽກງານ ການຕ່າງປະເທດໃນປີ 2019

ໃນຕອນບ່າຍວັນທີ 11 ມີນາ, ທີ່ ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມລະຫວ່າງ ກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ເພື່ອປຶກສາກາລື ກ່ຽວກັບວຽກງານການຕ່າງປະເທດຂອງພັກ, ລັດ ແລະ ສະພາແຫ່ງຊາດ ໃນປີ 2018, ການກຳນົດທິດທາງວຽກງານປີ 2019. 
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ: ບັນກາການເຄື່ອນໄຫວວຽກງານການຕ່າງປະເທດ ປີ 2019 ຄວນສືບຕໍ່ປະຕິບັດເປັນຢ່າງດີ ດ້ວຍກຳນົດທິດລວມແມ່ນ ຮັກສາສັນຕິພາບ ເພື່ອການພັດທະນາ ຕິດພັນກັບຄວາມເດັດດ່ຽວ, ອົດທົນຕໍ່ສູ້ປົກປັກຮັກສາ ເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ; ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ ແລະ ດຶງດູດແຫຼ່ງກຳລັງຮັບໃຊ້ໃຫ້ແກ່ການພັດທະນາປະເທດຊາດ; ເສີມຂະຫຍາຍບົດບາດຂອງ ຫວຽດນາມ ຢູ່ພາກພື້ນ ແລະ ສາກົນ, ຍູ້ແຮງ ແລະ ຍົກລະດັບການພົວພັນຕ່າງປະເທດ ຫຼາຍຝ່າຍ, ຍົກສູງຖານະບົດບາດຂອງປະເທດ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ກ່າວຄໍາເຫັນທີ່ກອງປະຊຸມ  (ພາບ:TTXVN)

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ສະເໜີໃນວຽກງານປີ 2019 ຄວນຍົກສູງປະສິດທິຜົນບັນດາການເຄື່ອນໄຫວການຕ່າງປະເທດ, ສືບຕໍ່ນຳການພົວພັນກັບບັນດາຄູ່ຮ່ວມມືເຂົ້າສູ່ລວງເລິກ, ໝັ້ນຄົງ ແລະ ມີປະສິດທິຜົນ; ຜັນຂະຫຍາຍຄຳສັ່ງເລກທີ 25 ຂອງຄະນະເລຂາສູນກາງພັກ ກ່ຽວກັບການຍູ້ແຮງ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ,  ຍູ້ແຮງຂົນຂວາຍສະໝັກເລືອກຕັ້ງ, ກະກຽມດໍາລົງຕຳແໜ່ງຄະນະກຳມະການ ບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021, ກະກຽມໃຫ້ແກ່ບົດບາດເປັນປະທານ ອາຊຽນ 2020 ໃຫ້ເປັນຢ່າງດີ; ຮັກສາທ່າເຊື່ອມໂຍງເຂົ້າກັບສາກົນໃຫ້ດີ, ສົມທົບລະດົມຂົນຂວາຍລົງນາມ, ໃຫ້ສັດຕະຍາບັນ EVFTA; ຜັນຂະຫຍາຍວຽກງານປົກປ້ອງພົນລະເມືອງໃຫ້ທັນການ ແລະ ມີປະສິດທິຜົນ; ແລະ ຍົກສູງຄຸນນະພາບວຽກງານຄົ້ນຄວ້າ ແລະ ຄາດຄະເນຍຸດທະສາດໃຫ້ດີກວ່າເກົ່າ.
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top