• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກສູງຄຸນນະພາບການເຄື່ອນໄຫວສົ່ງແຮງງານ ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດ


ຍົກສູງຄຸນນະພາບການເຄື່ອນໄຫວສົ່ງແຮງງານ 
ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດ
      ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ສົ່ງແຮງ​ງານ ຫວຽດນາມ ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ ນີ້​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ທົ່ວ​ປະ​ເທດ​ປຶກສາ​ຫາລື​ມາດ​ຕະການ​ຍົກ​ສູງ​ຄຸນ​ນະພາ​ບ​ແຮງ​ງານ ຫວຽດນາມ ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ ຊຶ່ງ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 08/03 ຢູ່​ຮ່າ​ໂນ້ຍ. ຕາມ​ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​, ຫົວໜ່ວຍ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫ້​ຮູ້​ວ່າ: ຫລາຍ​ປີຜ່ານມາ, ​ເລື່ອງສົ່ງແຮງ​ງານ ​ແລະ ນັກ​ຊ່ຽວຊານ ຫວຽດນາມ ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ ​ໄດ້​ປະກອບສ່ວນ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ຍົກ​ສູງ​ລະດັບ​ທັກ​ສະ​ໃຫ້​ແກ່​ພາກສ່ວນ​ໜຶ່ງ​ໃນ​ກຳລັງ​ແຮງ​ງານ, ພິ​ເສດ ​ແມ່ນ​ໃນ​ສະພາວະ​ພື້ນຖານ​ເສດຖະກິດ ຫວຽດນາມ ນັບ​ມື້ນນັບ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ພາກ​ພື້ນ ​ແລະ ​ໂລກ​ຢ່າງ​ເລິກ​ເຊິ່ງກ້ວາງຂວາງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະ​ມົນຕີ ຫວູດຶກ​ດາມ ຢືນຢັນ​ວ່າ:
        “ຕ້ອງ​ເປີດ​ກ້ວາງ​ຕະຫລາດ​ຕື່ມ​ອີກ ບໍ່​ພຽງ​ແຕ່​ແມ່ນຕ່າງ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ຢູ່ພາຍ​ໃນ​ປະ​ເທດ​ຕ້ອງ​ເປີດ​ກ​້ວາງຂະ​ແໜງ​ອາຊີບ​ໃໝ່​ອີກ​ດ້ວຍ, ທີ 2 ຕ້ອງ​ມີ​ນະ​ໂຍບາຍເພື່ອ​ໃຫ້​ທຸກ​ທ້ອງ​ຖິ່ນ​ເຂົ້າ​ຮ່ວມ, ທັງ​ລະບົບ​ເຂົ້າ​ຮ່ວມ ບໍ່​ພຽງ​ແຕ່​ແມ່ນ​ອຳ​ນາດການ​ປົກຄອງ​ເທົ່າ​ນັ້ນ. ທີ 3 ແມ່ນ​ເພີ່ມ​ທະວີ​ວຽກ​ງານ​ກໍ່ສ້າງ. ຫວຽດນາມ ບໍ່​ພຽງ​ແຕ່​ສຸມ​ໃສ່​ກໍ່ສ້າງ​ແຮງ​ງານ​ໃຫ້​ບັນດາ​ຫົວໜ່ວຍສົ່ງແຮງ​ງານ​ໄປ​​ເຮັກ​ວຽກຢູ່ຕ່າງປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ຍົກ​ອອກ​ບັນດາ​ຮູບ​ແບບ​ກໍ່ສ້າງ​ເຂົ້າ​ໃນ​​ໂຄງການສອນ​ວິຊາ​ຊີບຢູ່​ພາຍ​ໃນ​ປະ​ເທດ​ອີກ​ດ້ວຍ. ກ່ຽວກັບ​ທາງ​ຝ່າຍລັດ, ໃນ​ອາ​ຍຸ​ການ​ນີ້, ລັດຖະບານມີ​ໂຄງການ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ການ​ສົ່ງ​ແຮງ​ງານ ຫວຽດນາມໄປ​ເຮັດ​ວຽກຢູ່​ຕ່າງປະ​ເທດ”.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top