• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ແຮງການພົວພັນຮ່ວມມືຫຼາຍຝ່າຍໃນການຄຸ້ມຄອງ, ນຳໃຊ້ຊັບພະຍາກອນນ້ຳແມ່ຂອງ

 
ຕອນ​ໜຶ່ງ​ຂອງ​ແມ່​ນ້ຳ​ຂອງ
          ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ຝ່າຍ​ໃນ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ຊັບພະຍາກອນ​ນ້ຳ​ແມ່​ຂອງ. ນີ້​ແມ່ນ​ຄວາມ​ມານະ​ພະຍາຍາມ​ຂອງ​ຫ້ອງການ​ປະຈຳກຳມາ​ທິການ​ແມ່​ນ້ຳຂອງ ຫວຽດນາມ​ໃນ​ປີ 2016, ຜ່ານ​ນັ້ນ​ເປັນ​ເສນາ​ທິການ​ຢ່າງ​ທັນ​ການ ​ແລະ ຊັດ​ເຈນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​​ເຂດ​ລຸ່ມ​ແມ່​ນໍ້າ, ​ເປັນ​ຕົ້ນ​ແມ່ນ​ເພີ່ມ​ທະວີ​ການຕິດຕາມ​ກວດກາ​ສະພາບ​ການ​ພັດທະນາ​ຍ່ານ​ເໜືອ​ແມ່​ນໍ້າຂອງ. ທ່ານ ​ເລ​ດຶກ​ຈຸ​ງ ຫົວໜ້າ​ຫ້ອງການ​ປະຈຳ​ກຳ​ມາທິການ​ແມ່​ນໍ້າຂອງຫວຽດນາມ ​ໃຫ້​ຮູ້​ວ່າ: ​ໃນ​ປີ 2017, ຫ້ອງການ​ແມ່​ນໍ້າຂອງ​ປະ​ຈໍາ​ຫວຽດນາມ ຈະ​ສືບ​ຕໍ່​ບູລະນະ​ກົງຈັກ​ການຈັດ​ຕັ້ງ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ບໍາລຸງ​ສ້າງ​ພະນັກງານ​ໜຸ່ມ;ຜັນ​ຂະຫຍາຍຫຼາຍ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ​ກັບ​ບັນດາ​ປະ​ເທດ​ທີ່​ຂຶ້ນ​ກັບ​ເຂດ​ລຸ່ມ​ແມ່​ນໍ້າຂອງ, ​ເພື່ອ​ເພີ່ມ​ທະວີ​ການແບ່ງປັນ​ຂໍ້​ມູນ​ຂ່າວສານ​ໃນ​ການ​ນໍາ​ໃຊ້​ຊັບພະຍາກອນ​ນ້ຳ​ຢູ່ແມ່​ນໍ້າລຳ​ນີ້​ໃຫ້​ຍືນ​ຍົງ. ພ້ອມ​ທັງ​ດຳ​ເນີນ​ບັນດາ​ການ​ເຄື່ອນ​​ໄຫວ​ປະສານ​ສົມທົບ, ພ້ອມ​ກັບ​​ກະທຳ ​ແລະ ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ລະຫວ່າງ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ແລະ ກັບ​ບັນດາ​ປະ​ເທດ​​ໃນກຳມາ​ທິການ; ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ສຳ​ຫຼວດ, ຕິດຕາມ​ກວດກາ​ຊັບພະຍາກອນ​ນໍ້າ ​ແມ່​ນ້ຳຂອງ; ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນ​ການ​ປະຕິບັດ​ບາງ​ໂຄງການ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top