• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ແຮງການປັບປຸງລະບອບລະບຽບການເສດຖະກິດການຕະຫລາດຕາມກຳນົດທິດສັງຄົມນິຍົມຢູ່ ຫວຽດນາມ

ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ “ປັບປຸງລະບອບ​ລະບຽບ​ການ
​ເສດຖະກິດ​ການ​ຕະຫລາດ ຕາມກຳນົດ​ທິດ​​ສັງຄົມນິຍົມ​ໃນ​ສະພາບການ​​ໃໝ່”
(ພາບ: TTXVN)
           ວັນ​ທີ 15/02 ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ “ປັບປຸງລະບອບ​ລະບຽບ​ການ​ເສດຖະກິດ​ການ​ຕະຫລາດ ຕາມກຳນົດ​ທິດ​​ສັງຄົມນິຍົມ​ໃນ​ສະພາບການ​​ໃໝ່”. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື 2 ​ເນື້ອ​ໃນ​ໃຫຍ່​ຄື: ຜົນງານ, ຂໍ້​ຈຳກັດ ​ແລະ ບັນດາ​ບັນຫາ​ທີ່​ວາງ​ອອກ​ໃນ​ວິວັດທະນາ​ການປັບປຸງ​ລະບອບ​ລະບຽບ​ການ​ເສດຖະກິດ​ການ​ຕະຫລາດ​ກຳນົດ​ທິດສັງຄົມນິຍົມ; ທິດ​ທາງ ​ແລະ ມາດ​ຕະການປັບປຸງ​ລະບອບ​ລະບຽບ​ການ​ເສດຖະກິດ​ການ​ຕະຫລາດ​ກຳນົດ​ທິດ​​ສັງຄົມນິຍົມ​ໃນ​ສະພາບການ​​ໃໝ່. ທີ່​ກອງ​ປະຊຸມ​ສຳ​ມະ​ນາ ບັນດາ​ຜູ້​ແທນ​​ໃຫ້​ຄຳ​ເຫັນປະກອບຄຳປຶ​ກສາ​ຢ່າງ​ຟົດ​ຟື້ນ​ ​ເພື່ອ​ໃຫ້​ສະພາ​ທິດ​ສະ​ດີ​ສູນ​ກາງ​ສ້າງ​ບົດ​ລາຍ​ງານ​ໃຫ​້ຄຳ​ປຶ​ກສາ “ບາງ​ບັນ​ຫາດ້ານທິດ​ສະ​ດີ - ພຶດຕິ​ກຳ​ຕົວ​ຈິງ​ກ່ຽວ​ກັບ​​ເລື່ອງ​ປັບປຸງ​ລະບອບ​ລະບຽບ​ການ​ເສດຖະກິດ​ການ​ຕະຫລາດ ຕາມກຳນົດ​ສັງຄົມນິຍົມ” ​ເປັນ​ເສນາ​ທິການ​ໃຫ້​ກົມ​ການ​ເມືອງ, ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ສ້າງ​ແຜນ​ຮ່າງ​ກ່ຽວ​ກັບ​ການ​ປັບປຸງ​ລະບອບ​ລະບຽບ​ການ​ເສດຖະກິດ​ການ​ຕະຫລາດ​ຕາມກຳນົດ​ທິດ​​ສັງຄົມນິຍົມ ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ສູນ​ກາງພັກ 5 ຊຸດ​ທີ 12.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top